ອະທິບາຍຄໍາວ່າ ປຸກລະດົມ ມີຄວາມໝາຍແນວໃດ?
- Superphil Phil
- Sep 20, 2020
- 1 min read
Updated: Oct 27, 2020
ອະທິບາຍຄໍາວ່າ ປຸກລະດົມ ມີຄວາມໝາຍແນວໃດ? ການທີ່ເຮົາຈະຂົນຂວາຍຊັກຊວນໃຫ້ປະຊາຊົນ ຫລື ໝູ່ເພືອນ ຫລື ບຸກຄົນຕ່າງໆ ເພື່ອໃຫ້ເຂົ້າຮ່ວມໃນງານ ຫລື ພິທີໃດໜຶ່ງໃນພາສາລາວຈະໃຊ້ຄຳໃດຈິ່ງຈະເໝາະສົມ ແລະ ຈະສະກົດຄຳແບບໃດໃຫ້ຖືກຕ້ອງຕາມຫລັກໄວຍາກອນຂອງພາສາລາວນັ້ນເຮົາຈະມາຮູ້ຈັກຄຳນີ້ນຳກັນ ແລະ ເວົ້າລາຍລະອຽດພ້ອມຍົກຕົວຢ່າງໃຫ້ເຫັນໄປນຳກັນເລີຍ. ໃນພາສາລາວສ່ວນຫຼາຍການທີ່ຈະໃຊ້ຄຳທີມີຄວາມໝາຍໃນການຂົນຂວາຍຊັກຊວນນີ້ຖ້າຈະໃຫ້ຖືກຕາມຄວາມໝາຍນັ້ນແມ່ນຈະມີຄໍາທີ່ວ່າ ປຸກລະດົມ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້ຈ່ຳນວນໜຶ່ງ, ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວ ດັ່ງນີ້:
ປຸກລະດົມ ເປັນຄຳກຳມະ ແປວ່າ ປຸກໃຈໃຫ້ຮູ້, ຊັກຊວນ ໂດຍມີຈຸດປະສົງເພື່ອແຈ້ງ, ບອກໃຫ້ຮູ້, ເຂົ້າໃຈ, ມີສະຕິ ເພື່ອໃຫ້ຮູ້ຫຼືຕັດສິນໃຈ ເຂົ້າຮ່ວມ… ແລະ ມີຄວາມໝາຍໃກ້ຄຽງກັບ ຂົນຂວາຍ ທີ່ເປັນຄຳວິຊາການ ໂດຍສະເພາະ ໃນຂົງເຂດກົດໝາຍ, ການປົກຄອງ… ຈຶ່ງພົບເຫັນມີການບັນຍັດໄວ້ໃນວັດຈະນານຸກົມແລ້ວ ຈຶ່ງໄດ້ໃຊ້ເປັນທາງການ. ຕົວຢ່າງ: ພັກໄດ້ປຸກລະດົມປະຊາຊົນທຸກຊົນເຜົ່າ ເຂົ້າຮ່ວມການປະຕິວັດ. ປຸກລະດົມຊາວໜຸ່ມ ເຂົ້າຮ່ວມການພັດທະນາສ້າງສາ. ລັດຖະບານໄດ້ປຸກລະດົມມວນຊົນລາວ ໃຫ້ສາມັກຄີກັນ. ຄໍາວ່າ ປຸກລະດົມ ມີຄວາມໝາຍໃນພາສາລາວແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments