top of page
Search

ອະ​ທິ​ບາຍຄໍາວ່າ: ບາສີ ກັບ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ

  • Writer: Superphil Phil
    Superphil Phil
  • May 19, 2020
  • 1 min read

ອະ​ທິ​ບາຍຄໍາວ່າ: ບາສີ ກັບ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ

ສູ່­ຂວັນ ແລະ ບາ­ສີ ແມ່ນ​ພິ­ທີ­ກຳ​ທາງ​ຮີດ­ຄອງ​ປະ­ເພ­ນີ​ລາວ​ ເຊິ່ງ​ມີ​ມາ​ແຕ່ບູ­ຮານ​ນະ​ການ ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ ແຕ່​ໃຊ້​ບໍ່​ເໝືອນ​ກັນ ເພາະ​ຄຳ​ວ່າ​ສູ່­ຂວັນ ແມ່ນ​ໃຊ້​ກັບ​ບຸກ­ຄົນ​ທຳ​ມະ​ດາ​ສາ­ມັນ​ທົ່ວ​ໄປ ແຕ່​ຄຳ​ວ່າ​ບາ­ສີ ແມ່ນ​ໃຊ້​ກັບ​ບຸກ­ຄົນ​ຊັ້ນ​ສູງ​ທີ່​ມີ​ຖາ­ນະ​ຕຳ­ແໜ່ງ ເປັນ​ເຈົ້າ​ຄົນ​ນາຍ​ຄົນ ຫຼື ມີ​ຖາ­ນັນ­ດອນ​ສັກ​ເປັນ​ຜູ້​ໃຫຍ່​ໄມ້​ສູງ

ພິທີບາສີສູ່ຂວັນ ບາງຄັ້ງເອີ້ນວ່າພິທີ ບາສີ, ພິທີສູ່ຂວັນ (พิธีบายศรีสู่ขวัญ), ພິທີຮັບຂວັນ(พิธีรับขวัญ), ພິທີຖະຫວາຍທູບທຽນ, ແມ່ນປະເພນີຂອງຊາວໄທ ແລະ ລາວດ້ວຍຄວາມເຊື່ອຖືວ່າ ທຸກຄົນເກີດມາພ້ອມກັບນາມມະທໍາທີ່ບໍ່ມີຕົວຕົນມີຊື່ວ່າ: “ຂວັນ” ເຊິ່ງມີ ໜ້າ ທີ່ຮັບຜິດຊອບໃນການຮັກສາຊີວິດ ແລະ ຕິດຕາມເຈົ້າຂອງໄປທຸກຫົນທຸກແຫ່ງ. ພິທີດັ່ງກ່າວແມ່ນເປັນການເຊື້ອເຊີນເອົາຂວັນທີ່ຫລົບ ໜີໄປ ໃຫ້ເຂົ້າມາຢູ່ກັບເນື້ອກັບຕົວ ແລະ ເຊື່ອວ່າມັນເປັນການເສີມສ້າງພະລັງໃຈໃຫ້ເຂັ້ມແຂງ ມີສະຕິ ແລະ ບໍ່ປະໝາດ.

ຕາມ​ປະ­ເພ­ນີ​ລາວ​ ການ​ສູ່­ຂວັນ​ຍັງ​ໃຊ້​ໃນ​ຫຼາຍ​ກໍ­ລະ­ນີ​ທີ່​ຕິດ​ພັນ​ກັບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ​ລາວ ເປັນ­ຕົ້ນ ການ​ສູ່­ຂວັນ​ຂຶ້ນ​ເຮືອນ​ໃໝ່ ການ​ສູ່­ຂວັນ​ແຕ່ງ­ດອງ​ໃໝ່ ການ​ສູ່­ຂວັນ​ອອກ​ກຳ​ໃໝ່ ຄົນ​ເຈັບ​ໜັກ​ທີ່​ເຊົາ​ໃໝ່ ການ​ສູ່­ຂວັນ​ເລົ້າ​ເຂົ້າ ການ​ສູ່­ຂວັນ​ກວຽນ ການ​ສູ່­ຂວັນ​ງົວ-ຄວາຍ ການ​ສູ່­ຂວັນ​ຜູ້​ເຖົ້າ ການ​ສູ່­ຂວັນ​ໃນ​ໂອ­ກາດ​ວັນ​ຂຶ້ນ​ປີ​ໃໝ່ ການ​ບາ­ສີ​ພຣະ​ສົງ​ອົງ­ຄະ​ເຈົ້າ ການ​ບາ­ສີ​ແຂກ​ມາ​ຢ້ຽມ­ຢາມ ການ​ບາ­ສີ​ເຈົ້າ­ເມືອງ ເຈົ້າ­ແຂວງ-ລັດ­ຖະ­ມົນ­ຕີ ແລະ ຂັ້ນ​ສູງ​ອື່ນໆ​ມາ​ຢ້ຽມ­ຢາມ ເປັນ­ຕົ້ນ.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page