ອະທິບາຍຄໍາວ່າ ທຸກຍາກ ມີຄວາມໝາຍແນວໃດ?
- Superphil Phil
- Sep 27, 2020
- 1 min read
Updated: Oct 22, 2020
ອະທິບາຍຄໍາວ່າ ທຸກຍາກ ມີຄວາມໝາຍແນວໃດ?
ຈາກຄຳທີ່ວ່າ ທຸກຍາກ ທີ່ເຮົາມັກຈະໄດ້ຍິນກັນຕະຫລອດ, ພາສາລາວໃນບົດນີ້ເຮົາກໍຈະຍົກຄຳນີ້ມາເວົ້າລົມກັນ ແລະ ອະທິບາຍໄປນຳກັນເພື່ອໃຫ້ເຂົ້າໃຈເລີກເຊິງກວ່າເກົ່າ, ຫລາຍໆຄົນອາດຈະເປັນຄົນຕ່າງປະເທດທີ່ສືກສາພາສາລາວຢູ່ ຫລື ຄົນລາວເອງ, ອື່ນໆ ທີ່ຍັງຕ້ອງການຄວາມຊັດເຈນໃນພາສາລາວ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້ຈ່ຳນວນໜຶ່ງ, ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວ ດັ່ງນີ້:

ຄຳວ່າ ທຸກຍາກ.
ທຸກຍາກ ໃນພາສາລາວໝາຍເຖິງຂາດເຂີນວັດຖຸສິ່ງຂອງ, ຂາດຊັບສິນ, ຂາດລາຍໄດ້, ເປັນຄົນທີ່ບໍ່ມີຄວາມຮູ້ຄວາມສາມາດສ່ວນຫລາຍມັກໃຊ້ເຊັ່ນ ຄົນທຸກຍາກ, ຄອບຄົວທຸກຍາກ, ສະມາຄົມຊ່ວຍເຫລືອຄົນທຸກຍາກ, … ເຊິງໃນພາສາໄທແມ່ນໃຊ້ຄຳວ່າ “จน” คนจน, ความจน, ประเทศยากจน….
ຕົວຢ່າງ:
ໃນໂລກນີ້ຍັງມີຫລາຍໆປະເທດທີ່ຍັງພົບກັບຄວາມທຸກຍາກຢູ່.
ໄດ້ເຫັນພາບຂອງນັກຮຽນໂຮງຮຽນກິນນອນແຫ່ງໜຶ່ງໃນແຂວງຫລວງນ້ຳທາທຸກຍາກຫລາຍ, ໃນໄລຍະລະດູໜາວເຂົາເຈົ້າໄດ້ເອົາກະສອບໃສ່ເຂົ້າມາຫົ່ມເພື່ອກັນໜາວ.
ສະມາຄົມຊ່ວຍເຫລືອຄົນທຸກຍາກໄດ້ເອົາອາຫານໄປຊ່ວຍເຫລືອບ້ານທຸກຍາກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Doodido.
Comments