ອະທິບາຍຄໍາວ່າ ຂັ້ນໄດ ແລະ ຂັ້ນໃດ ມີຄວາມໝາຍແນວໃດ?
- Superphil Phil
- Sep 19, 2020
- 1 min read
Updated: Oct 22, 2020
ອະທິບາຍຄໍາວ່າ ຂັ້ນໄດ ແລະ ຂັ້ນໃດ ມີຄວາມໝາຍແນວໃດ? ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍທີ່ແຕກຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນບົດນີ້ຈະຍົກເອົາຄໍາວ່າ: ຂັ້ນໄດ ແລະ ຂັ້ນໃດ ມາອະທິບາຍ ເຊິງສອງຄໍາຫຼາຍຄົນອາດຈະຫລົງກັນ, ເພື່ອຄວາມຖືກຕ້ອງ ແລະ ເປັນເອກະພາບກັນ ເຮົາຈະມາອະທິບາຍຄວາມໝາຍຂອງແຕ່ລະຄຳໂດຍການອ້າງອີງຈາກວັດຈະນານຸກົມລາວທີ່ຄົ້ນພົບ.

ຄຳວ່າ ຂັ້ນໄດ ຂັ້ນໄດ ໝາຍເຖິງອົງປະກອບຂອງເຮືອນ, ຕຶກ-ອາຄານ ໃຊ້ສຳລັບເປັນບ່ອນຂຶ້ນ-ລົງແຕ່ລະຊັ້ນ, ຂື້ນ ຫລື ລົງ ຈາກຊັ້ນໜຶ່ງຫາຊັ້ນໜຶ່ງ, ລັກສະນະເປັນຂັ້ນໆ ພໍດີບາດຍ່າງ. ຕົວຢ່າງ: ຢູ່ຂັ້ນໄດ ໝາຍເຖິງຢືນຢູ່ຂັ້ນໄດພວມຊິຂຶ້ນ-ລົງ. ມານັງຢູ່ຂັ້ນໄດນຳຂ້ອຍພີ້ນະ. ຄໍາວ່າ ຂັ້ນໃດ. ຂັ້ນໃດ? ໝາຍເຖິງຄຳຖາມທີ່ຢາກຮູ້ກ່ຽວກັບລຳດັບ, ໝາຍເຖິງຢູ່ຈຸດໃດແລ້ວ, ລະດັບໃດແລ້ວ. ຕົວຢ່າງ: ເຈົ້າຮຽນເຮັດໂປຣແກຣມຮອດຂັ້ນໃດແລ້ວ? ເຈົ້າຄົບກັບລາວຮອດຂັ້ນໃດ? ການຮຽນຂອງເຈົ້າໄປຮອດຂັ້ນໃດແລ້ວ? ຄໍາວ່າ ຂັ້ນໄດ ແລະ ຂັ້ນໃດ ມີຄວາມໝາຍອັນດຽວກັນບໍ່?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Doodido.
Commentaires