top of page
Search

ອະ​ທິ​ບາຍການນຳໃຊ້​ຄຳ​ “ລ່ຽມ” ບໍ່ແມ່ນ​ “ຫຼ່ຽມ”​ ໃນ​ພາ​ສາ​ລາວ.

  • Writer: Superphil Phil
    Superphil Phil
  • Jun 30, 2020
  • 1 min read

ອະ​ທິ​ບາຍການນຳໃຊ້​ຄຳ​ “ລ່ຽມ” ບໍ່ແມ່ນ​ “ຫຼ່ຽມ”​ ໃນ​ພາ​ສາ​ລາວ. ໂອ ຈັ່ງ​ແມ່ນ​ມີ​ເລ່​ລ່ຽມຫລາຍ​ນໍ !!!…. ໃນ​ພາ​ສາ​ລາວ ຫລ່​ຽມ ແລະ ລ່ຽມ ຫລາຍ​ຄົນ​ອາດ​ຈະ​ຍັງ​ຄ້າງ​ຄາ​ໃຈ​ຢູ່​ວ່າ​ຈ​ະ​ໃຊ້ ຫລື ຈະ​ຂຽນ​ແບບ​ໃດ​ແທ້​ຈຶ່ງ​ຈະ​ຖືກ​ຕາມ​ເປົ້າ​ໝາຍ​ເວ​ລາ​ນຳ​ມາ​ໃຊ້​ໃນ​ການ​ສະ​ກົດ​ຄຳໃຫ້​ຖືກ​ກັບ​ຄວາມ​ໝາຍ​ດັ່ງ​ກ່າວ, ອີງຕາມວັດຈະນານຸກົມພາສາລາວ​ ທຸກໆສະບັບ​ ແລະອີງໃສ່ປຶ້ມແບບຮຽນປະຖົມ ກ່ຽວກັບນິຍາມຮູບ​ເລຂາຄະນິດ ຄຳວ່າ​ “ລ່ຽມ” ລ້ວນແຕ່ໃຊ້ “ລ” ​ ມີສຽງ​ຕໍ່າ​ ເປັນຕົວແກນ. ນິຍາມຂອງ​ຄຳ​ນີ້​ຈະ​ຂ​ໍ​ອະ​ທິ​ບາຍດັ່ງນີ້: ລ່ຽມ​ ເປັນຄຳນາມ​ ແປວ່າ​ ບ່ອນທີ່ເປັນຄົມ,​ ບ່ອນທີ່ເປັນແຈ,​ ເງື່ອນງຳ,​ ວິທີເລິກແລບ.​ ເປັນຄຳຄຸນນາມແປວ່າ ຄົມ,​ ແຄມ,​ ແຫຼມ. ປາກົດໃຫ້ເຫັນການນຳໃຊ້ຕາມບໍລິບົດຕ່າງໆເຊັ່ນ ຮູບສາມລ່ຽມ,​ ຮູບສີ່ລ່ຽມ,​ ໜ້າ​ລ່ຽມ,​ ໄມ້​ລ່ຽມ,​ ລ່ຽມ​ເສົາ,​ ລ່ຽມຫີນ….​ ນອກຈາກນີ້ຍັງມີຄຳວ່າ ເລ່ລ່ຽມ,​ ລ່ຽມ​ກົນອຸບາຍ,​ ຄົນຫຼາຍລ່ຽມ,​ ພິກລ່ຽມ…​ ບໍ່ປາກົດມີຄຳວ່າ “ຫຼ່ຽມ” ທີ່ອະທິບາຍແບບນີ້ ແຕ່ເປັນຫຍັງສັງຄົມຈຶ່ງນຳຄຳນີ້ໃຊ້​ຜິດເປັນ “ຫຼ່ຽມ” ດັ່ງທີ່ປາກົດໃຫ້ເຫັນຫຼາຍທີ່ສຸດແມ່ນ “ສາມລ່ຽມຄຳ”​ ເປັນ​ “ສາມຫຼ່ຽມຄຳ”​,​ “ສາມລ່ຽມ​ເສດຖະກິດ​” ເປັນ​ “ສາມຫຼ່ຽມເສດຖະກິດ”​.

ເວົ້າ​ລາວ​ກັນ

ຖ້າໃຫ້ສັນນິຖານກໍບໍ່ເວັ້ນການເສບສື່ໄທດັ່ງທີ່ເຄີຍເວົ້າກັນມາເນື່ອງຈາກພາສາໄທ​ໃຊ້​ “หล” ເປັນຕົວແກນ​ “เหลี่ยม” ມີສຽງສູງ ຄຳທີ່ມັກປາກົດ​ໃຫ້ເຫັນເຊັ່ນ เล่ห์เหลี่ยม, สี่เหลี่ยม, บอดี้การ์ดหน้าเหลี่ยม, สามเหลี่ยมทองคำ, สามเหลี่ยมพัฒนา…. ໂດຍ​ “​เหลี่ยม” ມີຄຳອະທິບາຍໄວ້ດັ່ງດຽວກັບ​ “ລ່ຽມ” ໃນພາສາລາວ. ນອກຈາກນີ້ໃນພາສາໄທຍັງມີຄຳທີ່ໃຊ້ “ລ” ເປັນຕົວແກນ​ໂດຍອະທິບາຍວ່າ “เลี่ยม” ໝາຍເຖິງ​ ທຳຂອບ, ຂຶ້ນຂອບ,​ ຫຸ້ມ​ ເຊັ່ນ​ ລ່ຽມພະ,​ ລ່ຽມຕະພາດ, ລ່ຽມ​ຖ້ວຍ,​ ລ່ຽມປ້ານ….​ ຖ້າຖາມວ່າເປັນຫຍັງຈຶ່ງໃຊ້ຕົວແກນທີ່ມີສຽງ​ຕໍ່າ-ສູງ​ຕ່າງກັນ​?​ ນນີ້ຕ້ອງແມ່ນຂຶ້ນກັບຈັງຫວະການອອກສຽງ ແລະການເນັ້ນສຳນຽງໃຫ້ເຂົ້າກັບພາສາ ແລະຂຶ້ນກັບນັກພາສາສາດທີ່ວິເຄາະອອກມາແລ້ວຂຽນຕາມການອອກສຽງ.​ ພາ​ສາ​ລາວມາ​​ຮຽນຮູ້​ການນຳໃຊ້​ຄຳ​ “ລ່ຽມ” ບໍ່ແມ່ນ​ “ຫຼ່ຽມ”​ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page