ອະທິບາຍພາສາວລາວຄຳວ່າ ລົດ ແລະ ລົດຍົນ.
- Superphil Phil
- Jul 12, 2020
- 1 min read
ພາສາວລາວຄຳວ່າ ລົດ ແລະ ລົດຍົນ.
ໃນພາສາລາວເຮົາໄດ້ຖືກນຳມາໃຊ້ ແລະ ດັດແປງມາຫລາຍໆຊ່ວງອາຍຸຄົນ ເຊິ່ງບາງຄຳກໍ່ໄດ້ມາຈະພາສາ ບາລີສັນສະກິດ ແລະ ບາງຄຳກໍ່ໄດ້ມາຈາກຄຳປະສົມກັນຕ່າງໆຈົນນຳມາເຖິງການນຳໃຊ້ຂອງແຕ່ລະພາກ ແຕ່ລະຂົງເຂດໃນທົວປະເທດລາວເຮົາ, ແລະ ກໍເປັນທີ່ຮູ້ກັນດີຢູ່ແລ້ວວ່າສຳນຽງສຽງເວົ້າຂອງແຕ່ລະພາກນັ້ນກໍ່ມີຄວາມແຕກຕ່າງກັນອອກໄປເລີຍນຳມາສູ່ການສະກົດຄຳຕ່າງໆ ທີ່ຜິດຜ້ຽນໄປ ແລະ ບາງຄຳກໍ່ຖືກດັດແກ້ໃຫ້ເໝາະສົມກັບພາສາລາວ.
ຄຳວ່າ “ລົດ”. ເປັນຄຳນາມ ມາຈາກເຄົ້າບາລີ “ຣະຖະ” ແລະ ໄດ້ແປງຄຳມາເປັນ “ຣົຖ” ແລະ ກາຍສຽງມາເປັນ “ລົດ” ໃນພາສາລາວ. ລົດ ໝາຍເຖິງ “ຍານພາຫະນະເຊິ່ງເຄື່ອນທີ່ໄດ້ດ້ວຍຕີນລໍ້ ອາດໃຊ້ເຄື່ອງຈັກ ຫຼືບໍ່ໃຊ້ກໍໄດ້”, ແລະ ຄວາມໝາຍຂອງ ລົດ ຫາກມີຄຳທີ່ເຮົາເອົາມາຕໍ່ເຕີມໃສ່ທາງຫລັງ ຫລື ທາງໜ້າກໍ່ຈະເຮັດໃຫ້ໄດ້ຄວາມໝາຍອີກແບບໃໝ່ເປັນໄປຕາມຄວາມຕ້ອງການຂອງຄວາມໝາຍນັ້ນດັ່ງນີ້.
ລົດ ທີ່ໃຊ້ເຄື່ອງຈັກ ເຊັ່ນ ລົດຈັກ ລົດເກ໋ງ ລົດກະບະ ລົດສິບລໍ້, ສ່ວນລົດທີ່ບໍ່ໃຊ້ເຄື່ອງຈັກ ເຊັ່ນ ລົດຖີບ ລົດມ້າ ລົດລາກ ເປັນຕົ້ນ. ລົດ ທີ່ບົ່ງບອກເຖິງຄວາມຮູ້ສືກທາງການຮັບປະທານອາຮານກໍ່ຈະມີຄວາມຫມາຍວ່າ ລົດຊາດ. ຕົວຢ່າງ:
ບ້ານຂອງຂ້ອຍມີ ລົດ ຫລາຍຄັນ, ມີທັງລົດຖີບ, ລົດຈັກ ແລະ ລົດໃຫຍ່. ແກງນີ້ຮູ້ສືກວ່າໃສ່ເກືອຫລາຍເກີນໄປເນາະ ລົດຊາດເປັນເຄັມໆ.
ຄຳວ່າ “ລົດຍົນ”. ເປັນຄຳປະສົມລະຫວ່າງ “ລົດ” ແລະ “ຍົນ”. “ລົດ” ຈາກເຄົ້າປາລີ “ຣະຖະ” (ຍານພາຫະນະ) ປະສົມກັບ “ຍົນ” ຄຳເດີມປາລີ “ຍັນຕະ” (ເຄື່ອງຈັກ). ຄວາມໝາຍຂອງ ລົດ ແລະ ລົດຍົນ ຄືກັນ ແລະ ຕ່າງກັນແນວໃດ? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments