top of page
Search

​ອະ​ທິ​ບາຍ​ພາ​ສາ​ລາວຄຳ​ວ່າ ດົນ ແລະ ນານ.

  • Writer: Superphil Phil
    Superphil Phil
  • Jun 27, 2020
  • 1 min read

​ອະ​ທິ​ບາຍ​ພາ​ສາ​ລາວຄຳ​ວ່າ ດົນ ແລະ ນານ. ​ໃນ​ພາ​ສາ​ລາວ ຄຳ​ວ່າ ດົນ ແລະ ນານ ມີ​ຄວາມ​ໝາຍ​ທີ່​ຄ້າຍ​ຄື​ກັນ ພຽງ​ແຕ່​ການ​ນຳ​ໃຊ້​ມີ​ຄວາມ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ຈົນ​ຖ້າ​ບໍ່​ແຍກ​ເບິ່ງ​ດີໆ​ກໍ່​ຄົ່ງ​ຈະ​ບໍ່​ຮູ້, ແລະ ເຊື່ອ​ແນ​ວ່າຄົນລາວຈຳນວນບໍ່ໜ້ອຍທີ່ເຂົ້າໃຈສອງສັບນີ້ແບບຜິວເຜີນ ຫລາຍໆ​ຄົນກໍ່ເຄີຍໃຊ້ສອງສັບນີ້ຄູ່ກັນ ແລ້ວມີຄົນຖາມວ່າ “ນານ” ເປັນຄຳລາວເຮົາບໍ ? ຈຶ່ງຕອບວ່າ “ແມ່ນ” ດັ່ງນັ້ນ, ຈຶ່ງນຳມາອະທິບາຍ ໂດຍໃຫ້ເຂົ້າໃຈດັ່ງລຸ່ມນີ້. ຄວາມໝາຍດ້ານຮູບສັບ ດົນ ປະກອບພະຍາງຕາມໂຄງສ້າງ “ພ1 + ສ + ພ2+ວ1” (ດ + ໂ×ະ + ນ) ເອີ້ນວ່າ #ພະຍາງອັດ-ເປັນ. ນານ ປະກອບສ້າງພະຍາງ ຕາມໂຄງສ້າງ “ພ1 + ສ + ພ2+ວ1” (ນ ×າ + ນ) ເອີ້ນວ່າ #ພະຍາງອັດ-ເປັນ. ຄວາມໝາຍ ດົນ ແລະ #ນານ ລ້ວນແຕ່ເປັນຄຳລາວ ເປັນປະເພດຄຳດຽວກັນ ຄື “ຄຸນນາມ” ແປວ່າ ຊ້າ, ເຫີງ, ບໍ່ໄວ, ໃຊ້ເວລາຫຼາຍກວ່າກຳນົດ. (ດົນ ໜ້າຈະແປງມາຈາກພາສາຂະເໝນ ເພາະໃນວັດຈະນານຸກົມບອກວ່າ ດົນ ໃນພາສາຂະເໝນແປວ່າ ຮອດ, ໄປ, ລ່ວງ, ລື່ນ).

ເວົ້າ​ລາວ​ກັນ

ການນຳໃຊ້ ດົນ ໃຊ້ກັບເຫດການຕ່າງໆ ໂດຍໃຊ້ຢູ່ຫຼັງຄຳອື່ນໆເຊັ່ນ: ຖ້າດົນ, ລໍດົນ, ໄປດົນ, ມາດົນ, ຂີ້ດົນ, ຢູ່ດົນ, ກິນດົນ, ເຮັດດົນ, ປ່ວຍດົນ, ໄຂ້ດົນ, ຮັກກັນດົນ, ຊັງກັນດົນ, ເວລາດົນ, ຕາຍແຕ່ດົນ, ມາແຕ່ດົນ, ຈົບແຕ່ດົນ, ໄດ້ແຕ່ດົນ, ກິນແຕ່ດົນ, ຕັ້ງແຕ່ດົນ, ຍັງອີກດົນ… ນອກຈາກນີ້ແລ້ວຍັງນຳໜ້າບາງຄຳເຊັ່ນ ດົນນານ, ດົນກະດໍ້ກະເດ້ຍ, ດົນໆ. ນານ ໃຊ້ກັບເຫດການຕ່າງໆ ໂດຍຢູ່ນຳໜ້າຄຳອື່ນໆເຊັ່ນ ນານຈົບ, ນານຈອດ, ນານຮອດ, ນານໄດ້, ນານຕາຍ, ນານໄປ, ນານມາ, ນານໄດ້ກິນ, ນານນັບ, ນານປີ, ນານແລ້ວ, ນານມາແລ້ວ, ນານດົນ, ນານໆ, ນານຂຶ້ນ, ນານລົງ… ນອກຈາກນີ້ຍັງຢູ່ທ້າຍຄຳອື່ນເຊັ່ນ ກາລະນານ, ເຫີງນານ, ດົນນານ . “ນານ” ຍັງໃຊ້ແທນຄຳວ່າ ດົນ ໄດ້ທຸກໆຄຳ ເຊັ່ນ ໄປນານ, ກິນນານ, ຢູ່ນານ…. ຄຳວ່າ “ດົນ” ກໍສາມາດແທນ ຄຳວ່ານານໄດ້ ຈະໃຊ້ໃນຂໍ້ຄວາມຍາວ ເຊັ່ນ ດົນຄັກກ່ອນຈະໄດ້ກິນ, ດົນຊິມາຮອດຮອດ, ດົນແລ້ວທີ່ລາວເຮັດ… ເຖິງແມ່ນວ່າສອງຄຳຈະວາງໄວ້ໜ້າ ໄວ້ຫຼັງ ໃນຄວາມໝາຍຄືກັນກໍຕາມ ແຕ່ຄວາມໝາຍຕ່າງກັນເຊັ່ນ ຕາຍດົນ = ຕາຍໄປແລ້ວ #ນານຕາຍ =ຍັງບໍ່ຕາຍ ໄປດົນ = ໄປແລ້ວ #ນານໄປ = ຍັງບໍ່ໄປ ກິນດົນ = ກຳລັງກິນຢູ່ບໍ່ທັນແລ້ວ #ກິນດົນແລ້ວ = ເຄີຍກິນມາແລ້ວ #ນານກິນ = ຍັງບໍ່ກິນ ຈົບດົນ = ຈົບແລ້ວ #ນານຈົບ = ຍັງບໍ່ຈົບ ຮູ້​ລະ​ອຽດຄວາມໜາຍພາ​ສາ​ລາວ​ຂອງຄຳ​ວ່າ ດົນ ແລະ ນານ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page