ອະທິບາຍພາສາລາວກັບຄຳສັບທີ່ຄ້າຍຄືກັນ ແພ່ ແລະ ແຜ່.
- Superphil Phil
- Jul 11, 2020
- 1 min read
ອະທິບາຍພາສາລາວກັບຄຳສັບທີ່ຄ້າຍຄືກັນ ແພ່ ແລະ ແຜ່.
ໃນພາສາລາວ, ມີຫລາຍໆອັກສອນທີ່ອອກສຽງເກືອບຄ້າຍຄືກັນ ລວມທັງຄຳສັບທີ່ມີຄວາມຄ້າຍຄືກັນທັງ ພະຍັນຊະນະ, ສະຫຼະ ແລະ ຄວາມໝາຍຂອງມັນ ເຊິ່ງຄຳພວກນີ້ມີຢູ່ໃນວັດຈະນານຸກົມລາວ ບາງທີອາດເຮັດໃຫ້ຜູ້ບໍ່ໄດ້ສຶກສາຫາຄວາມເລິກເຊິ່ງທາງດ້ານພາສາ ກໍອາດເຮັດໃຫ້ສັບສົນທາງດ້ານການນຳເອົາມາໃຊ້ ແລະ ອາດຈະນຳມາເຖິງການສະກົດຄຳ ແລະ ຄຳເວົ້າທີ່ອອກສຽງຜິດພາດໄປ.
ດັ່ງນັ້ນ, ໃນຕອນນີ້ຢາກເວົ້າອະທິບາຍໃຫ້ລະອຽດກວ່າເກົ່າກັບພາສາລາວ ສອງຄຳນີ້ ແລະ ຈະຂໍອະທິບາຍດັ່ງນີ້. ແພ່ ແລະ ແຜ່
ໂດຍທັງສອງມີສຽງພະຍັນຊະນະ ພ ແລະ ຜ, ສຽງ ສະຫຼະ ແ× ແລະມີຄວາມໝາຍວ່າ ກວ້າງຂວາງອອກໄປ ແຕ່ເມື່ອເບິ່ງບໍລິບົດຂອງຄຳທັງສອງພັດມີຄວາມແຕກຕ່າງກັນ, ເຖິງວ່າໃນເວລາເອົາມານຳໃຊ້ຕົວຈິງ ແຕ່ລະເຂດ ແຕ່ລະແຂວງ ຫລື ແຕ່ລະຊົນເຜົ່າ ອາດຈະອອກສຽງຜິດຜ້ຽນໄປແຕກຕ່າງຈາກເຄົ້າເດີມເລັກນ້ອຍ ອາດເປັນໜືງໃນສາຍເຫດໃຫ້ການສະກົດຄຳທີ່ຕ່າງອອກໄປຈົນການເປັນການສະກົດຄຳທີ່ຜິດເປັນຄົນລະຄວາມໝາຍ. ຄຳວ່າ ແຜ່. ຄວາມໝາຍໜຶ່ງຄືການປາດແຜ່ ໂດຍການເຮັດໃຫ້ແບອອກ ສອງຄືແຜ່ວັດຖຸຂອງທານ, ທັງສອງຄວາມໝາຍຂ້າງຕົ້ນນີ້ ມີລັກສະນະຊັດເຈນ ໜຶ່ງໝາຍເຖິງການປາດໃຫ້ເປັນຮອຍກວ້າງ, ສອງຄືລັກສະນະການຂໍ. ສ່ວນຄຳວ່າ #ແຜ່ຜາຍ #ແຜ່ເມດຕາ ມີຄວາມໝາຍວ່າ ກະຈາຍອອກໄປ ແຕ່ເປັນທາງນາມທຳ ໂດຍບໍ່ມີເປົ້າໝາຍຢ່າງເຈາະຈົງ ວ່າສິ່ງທີ່ແຜ່ຜາຍໄປນັ້ນໝາຍເຖິງບຸກຄົນໃດ . ຕົວຢ່າງ: ຊື່ສຽງຂອງບຸນສີທີ່ລາວໄດ້ຊ່ວຍເຫຼືອຄົນທຸກຍາກແຜ່ຜາຍໄປຢ່າງກວ້າງຂວາງ ແລະລາວເອງກໍເປັນຄົນມັກແຜ່ເມດຕາຢູ່ຕະຫຼອດເວລາ. ຄຳວ່າ ແພ່. ໝາຍເຖິງການກະຈາຍອອກໄປ, ຂະຫຍາຍອອກໄປໂດຍມີຈຸດປະສົງ, ໂດຍການກະທຳຂອງຄົນເຮົາ ເຊັ່ນ ແພ່ອຳນາດ, ແພ່ຂ່າວ. ພາສາລາວຄວາມໝາຍຂອງຄຳສັບທີ່ວ່າ ແພ່ ແລະ ແຜ່. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
تعليقات