ອະທິບາຍຄຳວ່າ ອາຈີນ ແລະ ນິດໄສ ມີຄວາມໝາຍແນວໃດ?
- Superphil Phil
- Oct 29, 2020
- 1 min read
ອະທິບາຍຄຳວ່າ ອາຈີນ ແລະ ນິດໄສ ມີຄວາມໝາຍແນວໃດ? ໃນບົດນີ້ເຮົາຈະມາເວົ້າໄຈ້ແຍກຢ່າງລະອຽດເພື່ອໃຫ້ເຂົ້າໃຈນຳກັນລະຫວ່າງ ອາຈີນ ແລະ ນິດໄສ ເພາະທັງສອງຄຳນີ້ມີຄວາມໝາຍທັງຄ້າຍຄືກັນ ແລະ ມີຄວາມແຕກຕ່າງກັນໄປໂດຍຈະອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ. ອີງຕາມວັດຈະນານຸກົມລາວ ແລະປາລີ ເທົ່າທີ່ຄົ້ນພົບ. ດຣ. ທອງຄຳ ອ່ອນມະນີສອນ 2008:490 ມະຫາສິລາ ວີລະວົງ ພ.ສ 2549:208 ສີວຽງແຂກ ກອນນິວົງ 2013:810 ສີສະເຫວີຍ ສຸວັນນີ 2015: 350
ຄຳວ່າ “ອາຈີນ” ແລະ “ນິດໄສ” ມີຄວາມໝາຍຄ້າຍຄືກັນແຕ່ຕ່າງລະດັບ ແລະຮູບແບບ. ຄຳວ່າ ອາຈີນ. ມີມີເຄົ້າຈາກປາລີ-ສັນສະກິດ ແປວ່າ ການປະພຶດປົກກະຕິຈົນເປັນນິດໄສ, ການເຮັດສິ່ງນັ້ນໆຈົນຮູ້ສຶກວ່າມັນລຶ້ງເຄີຍ ທັງມັກແລະບໍ່ມັກ. ຕົວຢ່າງ: ແຕ່ລະມື້ລາວຕ້ອງໄດ້ໄປກິນເບຍກັບໝູ່, ກາຍເປັນອາຈີນແລ້ວ. ຄຳວ່າ ນິດໄສ. ມີເຄົ້າຈາກປາລີ-ສັນສະກິດ ໝາຍເຖິງການປະພຶດເລື້ອຍໆຈົນລຶ້ງໄປໃນຕົວ, ການປະພຶດທີ່ຊໍ້າໆ ຈົນບໍ່ຢາກປ່ຽນ ເປັນຄວາມມັກໃນຕົວ. ຕົວຢ່າງ: ລາວມັກເວົ້າຫລາຍໄປໃສ່ກະເວົ້າຫລາຍເປັນນິດໄສລາວແລ້ວ. ອາຈີນ ແລະ ນິດໄສ ມີຄວາມຄືກັນ ແລະ ແຕກຕ່າງກັນແນວໃດ? ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments