top of page
Search

ອະ​ທິ​ບາຍ​ຄຳ​ວ່າ ອາ​ຈີນ ແລະ ນິດ​ໄສ ມີ​ຄວາມ​ໝາຍ​ແນວ​ໃດ?

  • Writer: Superphil Phil
    Superphil Phil
  • Sep 13, 2020
  • 1 min read

ອະ​ທິ​ບາຍ​ຄຳ​ວ່າ ອາ​ຈີນ ແລະ ນິດ​ໄສ ມີ​ຄວາມ​ໝາຍ​ແນວ​ໃດ? ທຸກ​ໆການ​ກະ​ທຳຂອງ​ຄົນ​ເຮົາ​ລ້ວນ​ແລ້ວ​ແຕ່​ມີ​ຕົ້ນ​ປາຍ​ສາຍ​ເຫດ, ແລະ ສິ່ງ​ໃດ​ສິງ​ໜຶ່ງ​ທີ່​ເຮົາ​ເຮັດ ຫລື ກະ​ທຳ​ເປັນ​ປົກ​ກະ​ຕິ​ເຊັ່ນ​ການ​ໄປ​ວຽກ​ໃນ​ແຕ່​ລະ​ມື້, ການ​ໃຊ້​ຊິ​ວິດ, ການ​ເປັນ​ຢູ່​ແຕ່​ລະ​ມື້​ນັ້ນ​ລ້ວນ​ແລ້ວ​ແຕ່​ເປັນ​ອາ​ຈີນ ຫລື ນິດ​ໃສ່​ທັງ​ນັ້ນ, ແລະ ​ຫລາຍ​ຄົນ​ຄົງ​ຍັງ​ຄາ​ໃຈ​ຢູ່​ວ່າ​ສອງ​ຄຳ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ບໍ່ ແລະ ຈະ​ເອົາ​ມາ​ນຳ​ໃຊ້​ໃນ​ແຕ່​ລະ​ກໍ​ລະ​ນີ​ຈັງ​ໃດ?  ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເວົ້າ​ໄຈ້​ແຍກ​ຢ່າງ​ລະ​ອຽດ​ເພື່ອໃຫ້​ເຂົ້າ​ໃຈ​ນຳ​ກັນລະ​ຫວ່າງ ອາ​ຈີນ ແລະ ນິດ​ໄສ ເພາະ​ທັງ​ສອງ​ຄຳ​ນີ້​ມີ​ຄວາມ​ໝາຍທັງຄ້າຍ​ຄື​ກັນ ແລະ ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ​ໂດຍຈະອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ. ອີງຕາມວັດຈະນານຸກົມລາວ​ ແລະປາລີ ເທົ່າທີ່ຄົ້ນພົບ. ດຣ. ທອງຄຳ ອ່ອນມະນີສອນ 2008:490 ມະຫາສິລາ ວີລະວົງ ພ.ສ 2549:208 ສີວຽງແຂກ ກອນນິວົງ 2013:810 ສີສະເຫວີຍ ສຸວັນນີ 2015: 350

DooDiDo

ຄຳວ່າ​ “ອາຈີນ”​ ແລະ​ “ນິດໄສ” ມີຄວາມໝາຍຄ້າຍຄືກັນ​ແຕ່ຕ່າງລະດັບ ແລະຮູບແບບ.​ ຄຳ​ວ່າ ອາຈີນ. ມີມີເຄົ້າຈາກປາລີ-ສັນສະກິດ​ ແປວ່າ​ ການປະພຶດປົກກະຕິຈົນເປັນນິດໄສ,​ ການເຮັດສິ່ງນັ້ນໆຈົນຮູ້ສຶກວ່າມັນລຶ້ງເຄີຍ​ ທັງມັກແລະບໍ່ມັກ.​ ຕົວ​ຢ່າງ: ແຕ່​ລະ​ມື້​ລາວ​ຕ້ອງ​ໄດ້​ໄປ​ກິນ​ເບຍ​ກັບ​ໝູ່, ກາຍ​ເປັນ​ອາ​ຈີນ​ແລ້ວ. ຄຳ​ວ່າ ນິດໄສ. ​ມີເຄົ້າຈາກປາລີ-ສັນສະກິດ​ ໝາຍເຖິງການປະພຶດເລື້ອຍໆຈົນລຶ້ງໄປໃນຕົວ,​ ການປະພຶດທີ່ຊໍ້າໆ ຈົນບໍ່ຢາກປ່ຽນ​ ເປັນຄວາມມັກໃນຕົວ.​ ຕົວ​ຢ່າງ: ລາວ​ມັກ​ເວົ້າ​ຫລາຍ​ໄປ​ໃສ່​ກະ​ເວົ້າ​ຫລາຍ​ເປັນ​ນິດ​ໄສ​ລາວ​ແລ້ວ. ອາ​ຈີນ ແລະ ນິດ​ໄສ ມີ​ຄວາມ​ຄື​ກັນ ແລະ ແຕກ​ຕ່າງ​ກັນ​ແນວ​ໃດ?

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page