ອະທິບາຍຄຳວ່າ ຊີ້ນົກເປັນນົກ ຊີ້ກາເປັນກາ ມີຄວາມໝາຍແນວໃດ?
- Superphil Phil
- Sep 12, 2020
- 1 min read
Updated: Oct 31, 2020
ອະທິບາຍຄຳວ່າ ຊີ້ນົກເປັນນົກ ຊີ້ກາເປັນກາ ມີຄວາມໝາຍແນວໃດ? ເມື່ອເວົ້າເຖິງພາສາ, ບໍ່ວ່າຈະເປັນພາສາໃດໃນໂລກນີ້ກໍລ້ວນແລ້ວແຕ່ມີເອກະລັກສະເພາະໂຕຂອງໃຜມັນ, ທຸກພາສາມີຮູບແບບການນໍາໃຊ້ທີ່ແຕກຕ່າງກັນອອກໄປ ບາງພາສາກໍມີຄວາມໝາຍໃນໂຕ ແຕ່ບາງພາສາກໍມີຄວາມສະຫຼັບສັບຊ້ອນບໍ່ສາມາດແປຕາມໂຕໄດ້ ເຊິ່ງສ່ວນຫຼາຍກໍມັກຈະເປັນຮູບແບບວະລີ ຫຼື ຄໍາເວົ້າທີ່ໃຊ້ປຽບເປີຍການໃຊ້ຊີວິດປະຈໍາວັນຂອງຜູ້ຄົນທົ່ວໄປ. ເຊິ່ງໃນພາສາລາວກໍມີຫຼາກຫຼາຍຄໍາເວົ້າທີ່ໃຊ້ເປັນຄໍາປຽບເປີຍໃນການໃຊ້ຊີວິດຫຼາຍໆດ້ານ ເຊິ່ງເຮົາເອີ້ນວ່າ “ຄໍາສຸພາສິດ”, ຄໍາສຸພາສິດເປັນຄໍາເວົ້າສັ້ນໆແຕ່ເຊື່ອງຊ້ອນດ້ວຍເນື້ອໃນໃຈຄວາມທີ່ເລິກເຊິ່ງ, ໃຊ້ປຽບເປີຍການກະທໍາໃດໜຶ່ງຂອງຄົນ, ເຊິ່ງຄົນລາວສະໄໝກ່ອນນິຍົມໃຊ້ຄໍາສຸພາສິດເປັນສ່ວນຫຼາຍໃນບົດສົນທະນາ ແລະ ໃນການຂຽນບົດຄວາມຕ່າງໆ, ແຕ່ໃນປະຈຸບັນນີ້ ໂລກປ່ຽນໄປ ການນໍາໃຊ້ພາສາກໍມີການປັບປ່ຽນໄປຕາມຍຸກສະໄໝ, ເຊິ່ງໃນຍຸກໂລກາພິວັດນີ້ຄົນສ່ວນຫຼາຍຈະລະເລີຍການນໍາໃຊ້ຄໍາສັບທີ່ຫຍຸ້ງຍາກ ໂດຍສະເພາະຄໍາສຸພາສິດ ທີ່ຕ້ອງມານັ່ງຕີຄວາມໝາຍທີ່ຊັບຊ້ອນຂອງມັນ. ດ້ວຍເຫດນັ້ນ, ຈຶ່ງເຮັດໃຫ້ຄໍາສຸພາສິດໃນພາສາລາວຄ່ອຍໆຖືລືມໄປເທື່ອລະນ້ອຍ.
ສະນັ້ນ, ເພື່ອເປັນການອະນຸລັກຮັກສາຄວາມເປັນເອກະລັກຂອງພາສາລາວໄວ້ ແລະ ເພື່ອບໍ່ໃຫ້ຄົນລຸ້ນຫຼັງລືມຄໍາສຸພາສິດໃນພາສາລາວ, ໃນບົດຄວາມນີ້ເຮົາຈຶ່ງຍົກເອົາຄໍາສຸພາສິດບົດໜຶ່ງຂຶ້ນມາ ເພື່ອຕີຄວາມໝາຍ ແລະ ຍົກຕົວຢ່າງນໍາໃຊ້ ຄືຄໍາວ່າ: “ຊີ້ນົກເປັນນົກ ຊີ້ກາເປັນກາ”. ຄໍາວ່າ “ຊີ້ນົກເປັນນົກ ຊີ້ກາເປັນກາ” ໃຊ້ເປັນຄໍາກໍາມະ ຫຼື ຄໍາກິລິຍາ ໝາຍເຖິງ ບໍ່ວ່າຜູ້ໃຫຍ່ທີ່ມີອໍານາດວາດສະໜາວ່າແນວໃດ ຜູ້ນ້ອຍກໍລົງຄ້ອຍຕາມໄປຢ່າງນັ້ນ ໂດຍບໍ່ຄໍານຶງເຖິງວ່າຜິດ ຫຼືຖືກ ເພາະຢ້ານກົວ ຫຼືເພາະຢາກປະຈົບປະແຈງ. ຕົວຢ່າງ: ໃນອົງການຈັດຕັ້ງໜຶ່ງມີທີການຍາດແຍ່ງຊີງເອົາຄວາມດີ ຫຼືເອົາຜົນງານ ຜູ້ເປັນລູກນ້ອງກໍມັກຈະປະຈົບປະແຈງຜູ້ເປັນນາຍ, ບໍ່ວ່ານາຍສັ່ງໃຫ້ເຮັດຫຍັງກໍຮີບຟ້າວເຮັດຕາມທັນທີ, ນັ້ນເອີ້ນວ່າ: “ຊີ້ນົກເປັນນົກ ຊີ້ກາເປັນກາ”. ຄຳວ່າ ຊີ້ນົກເປັນນົກ ຊີ້ກາເປັນກາ ມີຄວາມໝາຍແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments