top of page
Search

​ອະ​ທິ​ບາຍ​ຄວາມ​ໝາຍ​ ປະ​ຈຸ​ບັນ ແລະ ປັດ​ຈຸ​ບັນ ທີ່​ເປັນ​ຄວາມ​ໝາຍ​ດຽວ​ກັນ

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ມາ​ຮູ້​ຈັກ​ກັບ ປະ​ຈຸ​ບັນ ແລະ ປັດ​ຈຸ​ບັນ ກັບ​ຄວາມ​ໝາຍ​ທີ່​ເປັນ​ອັນ​ດຽວ​ກັນ

ຄວາມ​ໝາຍ​ທີ່​ຄ້າຍ​ຄື​ກັນຂອງ​ຄຳ ວ່າ ປະ​ຈຸ​ບັນ ແລະ ປັດ​ຈຸ​ບັນ ຫລື ເວົ້າ​ໄດ້​ວ່າ​ເປັນ​ຄວາມ​ໝາຍ​ອັນ​ດຽວ​ກັນ​ເລີຍ​ລະ​ຫວ່າງ​ສອ​ງ​ຄຳ​ນີ້ ແລະ ກໍ່​ເຫັນ​ຫລາຍໆ​ຄົນ​ໃຊ້ ທັງ​ປະ​ຈຸ​ບັນ ແລະ ປັດ​ຈຸ​ບັນ ແຕ່​ກໍ່​ຍັງ​ບໍ່​ມີ​ໃຜ​ຢືນ​ຢັນ​ເທືອ​ວ່າ​ຄຳ​ໃດ​ຜິດ​ ຫລື ຄຳ​ໃດ​ຖືກ.

ໃນ​ຂໍ້​ມູນ​ຂອງ​ເພ​ຈ ພາ​ສາ​ລາວ​ໃຫ້​ຮູ້​ວ່າ ຄຳທີ່ມີຄວາມໝາຍວ່າ ‘ເວລາດຽວນີ້, ເວລາລະຫວ່າງອະດີດກັບອະນາຄົດ’ ເຊິ່ງປາກົດມີການນຳໃຊ້ໃນວົງການຂີດຂຽນເປັນສອງຢ່າງ ຄື ‘ປັດຈຸບັນ’ ແລະ ‘ປະຈຸບັນ’. ເມື່ອກວດເບິ່ງໃນ Google Search ປາກົດວ່າ ‘ປັດຈຸບັນ’ ມີຜົນການໃຊ້ເຖິງ 91.000, ສ່ວນ ‘ປະຈຸບັນ’ ມີພຽງ 66.100 ເຊິ່ງສະແດງວ່າ ຄົນນິຍົມໃຊ້ ‘ປັດຈຸບັນ’ ຫຼາຍກວ່າ ‘ປະຈຸບັນ’ ເກືອບ 4 ທົບ.

ເມື່ອສຳຫຼວດເບິ່ງໃນໜ້າໜັງສືພິມ ແລະວາລະສານແລ້ວ ປາກົດວ່າ ໜັງສືພິມວຽງຈັນໃໝ່ – ປະເທດລາວ – ພັດທະນາລາວ, ວາລະສານຄວາມສຸກ – ອັບເດດ – ມະຫາຊົນ – ສາວລາວ ລ້ວນແຕ່ນຳໃຊ້ ‘ປັດຈຸບັນ’. ເຫັນມີແຕ່ວາລະສານໄວໜຸ່ມລາວ ແລະໜັງສືພິມປະຊາຊົນ ໃຊ້ ‘ປະຈຸບັນ’. ສ່ວນວາລະສານວັນນະສິນນັ້ນ ເຫັນມີນຳໃຊ້ທັງສອງຄຳ.

ເມື່ອກວດເບິ່ງໃນວັດຈະນານຸກົມ ກໍປາກົດມີທັງ ‘ປັດຈຸບັນ’ ແລະ ‘ປະຈຸບັນ’ ເຊິ່ງສະແດງວ່າທັງສອງຄຳຖືກຄືກັນ. ຫາກຄົ້ນເບິ່ງເຖິງເຄົ້າຂອງທັງສອງຄຳນີ້ ກໍຈະເຫັນວ່າ: ‘ປັດຈຸບັນ’ ມາຈາກເຄົ້າປາລີ Paccuppana. ‘ປະຈຸບັນ’ ມາຈາກເຄົ້າສັນສະກິດ Pratyutpanna.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page