ອຸບັດເຫດຫຼຸດລົງຈາກປີກາຍຍ້ອນໂຄວິດ 19.
- Superphil Phil
- Apr 21, 2020
- 1 min read
ອຸບັດເຫດໃນຊ່ວງປີໃໝ່ລາວປີນີ້ ຫຼຸດລົງຈາກປີກາຍ ໃນນະຄອນຫຼວງວຽງຈັນ
ດັ່ງທີ່ເຮົາຮູ້ກັນດີແລ້ວວ່າຜົນພວງມາຈາກພະຍາດອັກເສບປອດໂຄວິດ 19 ແຜ່ລະບາດ, ແລະ ຄຳສັ່ງທ່ານນາຍຍົກລັດຖະມົນຕີ ໃຫ້ທຸກຄົນຢູ່ເຮືອນ ແລະ ປິດປະເທດເພື່ອຊ່ວຍກັນຕ້ານກັບພະຍາດຮ້າຍນີ້ ເຮັດໃຫ້ປະຊາຊົນລາວທັງປະເທດບໍ່ໄດ້ມີການສັ່ງສັນກັນ ຫລື ງົດຂາຍເຄື່ອງດືມສິ່ງຂອງມືນເມົາ ແລະ ເທດສະການປີໃໝ່ລາວນີ້ກໍ່ງຽບສະຫງັດບໍ່ມີຜູ້ຄົນອອກມາຫລິ້ນກັນ.

ພາບ: InsideLaos.com
ຂປລ. ໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2563, ນັບແຕ່ວັນທີ 13-16 ເມສາ 2020 ທົ່ວນະຄອນຫລວງວຽງຈັນ
ມີອຸບັດເຫດທາງຖະໜົນ ເກີດຂຶ້ນທັງໝົດ 11 ກໍລະນີ, ມີຜູ້ເສຍຊີວິດທັງໝົດ 4 ຄົນ, ທຽບໃສ່ປີຜ່ານມາການເກີດອຸບັດເຫດແມ່ນຫລຸດລົງ 9 ກໍລະນີ ແລະ ເສຍຊີວິດຫລຸດ ລົງ 1 ຄົນ.
ອີງຕາມຂໍ້ມູນ ຈາກພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ອຸບັດເຫດທີ່ເກີດຂຶ້ນດັ່ງກ່າວ, ເຮັດໃຫ້ມີພາຫະນະເປ່ເພເລັກນ້ອຍ 5 ຄັນ, ສົມຄວນ 17 ຄັນ, ມີຄົນໄດ້ຮັບບາດເຈັບເລັກນ້ອຍ 4 ຄົນ, ສົມຄວນ 11 ຄົນ, ສາຫັດ 1 ຄົນ, ໃນ ນັ້ນ, ຄົນຂັບໄດ້ຮັບບາດເຈັບເລັກນ້ອຍ 1 ຄົນ, ສົມຄວນ 6 ຄົນ, ສາຫັດ 1 ຄົນ, ເສຍຊີວິດ 4 ຄົນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments