top of page
Search

ອຸ​ບັດ​ເຫດ, ອຸ​ປະ​ຕິ​ເຫດ ຫລື ອຸ​ບັດ​ຕິ​ເຫດ, ໃຊ້​ສັບ​ໃດຈຶ່ງ​ຖືກ.

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ອະ​ທິ​ບາຍ ອຸ​ບັດ​ເຫດ, ອຸ​ປະ​ຕິ​ເຫດ ຫລື ອຸ​ບັດ​ຕິ​ເຫດ ຄວນ​ໃຊ້​ຄຳ​ໃດ

ການນຳໃຊ້ສັບ​ນີ້​ເຊືອ​ແນ​ວ່າ​ມີ​ຄົນ​ຍັງ​ບໍ່​ຮູ້​ວ່າ​ຄວນ​ໃຊ້​ໂຕ​ໃດ ທີ່ມີຄວາມໝາຍວ່າ ເຫດທີ່ເກີດຂຶ້ນບໍ່ຄາດຄິດເຊັ່ນ ລົດຕຳກັນ, ໄຟໄໝ້, ລະເບີດແຕກ, ຖືກປຸ້ນຈີ້… ຈາກປາກົດໃນໜ້າໜັງສືພິມ, ໜັງສືທາງການ ແລະຄົນທົ່ວໄປທີ່ບາງຄັ້ງເປັນເຖິງລະດັບອາຈານ, ທ່ານຜູ້ອາວຸໂສຕ່າງໆຍັງໃຊ້ສັບສົນ


ແຕ່ບຸກຄົນຕ່າງໆເຫຼົ່ານັ້ນ ບາງຄົນກໍຮຽນຮູ້ແລ້ວນຳໃຊ້ ບາງຄົນໃຊ້ໄປໂດຍບໍ່ຮູ້ ແລະບາງຄົນບໍ່ຮູ້ແລ້ວໃຊ້…

ຄວາມຈິງຄຳວ່າ ອຸບັດຕິເຫດ ຫຼື ອຸບັດເຫດ ແມ່ນມີເຄົ້າມາຈາກພາສາປາລີສອງສັບສະໝາດກັນຄື:

ອຸປັດຕິ + ເຫຕຸ = ອຸປັດຕິເຫຕຸ ແລ້ວມີການແປງ ປ ເປັນ ບ ຈຶ່ງໄດ້ຄຳວ່າ ອຸບັດຕິ, ໃນໄວຍາກອນລາວ ມີການຕັດ ຕິ ອອກຍັງເຫຼືອພຽງ ອຸບັດ ແປວ່າ ເກີດຂຶ້ນ, ກຳເນີດຂຶ້ນ, ມີຂຶ້ນ…

ສ່ວນຄຳວ່າ ເຫຕຸ ມີການແປງ ຕຸ ມາເປັນ ຕ ສະກົດ ແລະ ແປງຈາກ ຕ ເປັນ ດ ສະກົດອີກຂັ້ນໜຶ່ງ ຈຶ່ງໄດ້ຄຳວ່າ “ເຫດ” ແປວ່າ ເລື່ອງ, ສິ່ງທີ່ພາໃຫ້ເກີດ, ຕົ້ນຕໍຂອງສິ່ງໃດໜຶ່ງ.

ເມື່ອລວມເຂົ້າກັນສອງສັບ ເປັນ “ອຸບັດຕິເຫດ” (ຖ້າອີງໃສ່ໄວຍາກອນອີກຂັ້ນໜຶ່ງກໍຈະເຫຼືອພຽງ ອຸບັດເຫດ) ແປວ່າ ເລື່ອງທີ່ເກີດຂຶ້ນໂດຍບັງເອີນ, ເກີດຂຶ້ນສະເພາະໜ້າ, ເລື່ອງທີ່ເກີດຂຶ້ນໂດຍບໍ່ໄດ້ນັດໝາຍ….

ໃນວັດຈະນານຸກົມພາສາລາວທຸກໆສະບັບບໍ່ປາກົດຄຳວ່າ #ອຸປະຕິເຫດ ມີພຽງຄຳວ່າ #ອຸບັດຕິເຫດ ໃນວັດຈະນານຸກົມສະບັບ 2012. #ອຸບັດເຫດ ປາກົດໃນໄວຍາກອນ ແລະວັດຈະນານຸກົມສະບັບ ດຣ. ທອງຄຳ ອ່ອນມະນີສອນ (ບໍ່ນັບສະບັບ ສີວຽງແຂກ ກອນນິວົງ ເພາະກ່າຍມາຈາກ ສະບັບ ດຣ. ທອງຄຳ ອ່ອນມະນີສອນ)

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

תגובות


© 2023 by NOMAD ON THE ROAD. Proudly created with Wix.com

bottom of page