top of page
Search

ອຸທິຍານຫິນໜາມໜໍ່ຈະກາຍເປັນມໍລະດົກໂລກທາງທຳມະຊາດຂອງລາວ.

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

Updated: Oct 27, 2020

ອຸທິຍານຫິນໜາມໜໍ່ຈະກາຍເປັນມໍລະດົກໂລກທາງທຳມະຊາດຂອງລາວ. ລັດຖະບານລາວໄດ້ດຳເນີນການສະເໜີ ປ່າສະຫງວນແຫ່ງຊາດຫິນໜາມໜໍ່ ແຂວງຄຳມ່ວນ ກັບ UNESCO ເພື່ອຂໍຂື້ນທະບຽນເປັນມໍລະດົກໂລກ, ຖ້າຫາກໄດ້ຮັບການພິຈາລະນາກໍ່ຈະເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງລາວ. ໃນຂະນະດຽວກັນຮູບພາບທຳມະຊາດ ຈຳນວນຫຼວງຫຼາຍກໍກຳລັງຈະຖືກທຳລາຍດ້ວຍການພັດທະນາພື້ນຖານໂຄງລ່າງ, ການກະສິກຳ ແລະ ລວມທັງການຕັດໄມ້ ແລະ ຖ້າຫາກບໍ່ສາມາດສະກັດກັ້ນໄດ້, ແຫຼ່ງທ່ອງທ່ຽວທຳມະຊາດກໍຄົງຍັງເຫຼືອແຕ່ ເປັນພູຫິນປູນດັ່ງຫິນໜາມໜໍ່ເທິງພູຜາມ່ານ ແຂວງຄຳມ່ວນແຫ່ງນີ້.

ree
ພາບ: www.vientianetimeslao.la

ລ້າສຸດກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຈ້ງໃຫ້ຮູ້ວ່າ: ອຸທິຍານແຫ່ງຊາດຫິນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄຳມ່ວນ​ ຈະໄດ້ຖືກຮອງຮັບເປັນມໍລະດົກໂລກຮ່ວມ ຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຍາແກບາງ ຂອງ ​ສສ ຫວຽດນາມ ໃນປີ 2022. ທ່ານ​ທອງໃບ​ ໂພທິສານ ຫົວຫນ້າກົມມໍລະດົກ ກະຊວງ ຖວທ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ​ ປະຈຸບັນ​ເອກະສານ​ ແລະ​ ຄໍາຮ້ອງຕ່າງໆ ເພື່ອສະເໜີອຸທິຍານຫິນໜາມໜໍ່ເປັນມໍລະດົກໂລກ ແມ່ນກະກຽມສໍາເລັດແລ້ວຫຼາຍກວ່າ​ 50 %​ ແລະ​ ຄາດວ່າຮ່າງເອກະສານສະບັບທຳອິດຈະສາມາດສົ່ງໄປຫາອົງການ ອຸຍເນັສໂກ (Unesco ) ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນເດືອນກັນຍາປີ 2021 ເພື່ອກວດກາຄວາມຖືກຕ້ອງຂອງເອກະ ສານ.​ ອຸທິຍານຫິນໜາມໜໍ່ຈະໄດ້ຮອງຮັບໃຫ້ເປັນມໍລະດົກໂລກປີ 2022

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page