top of page
Search

ອຸທິຍານພູຟ້າ ເປັນ​ມໍ​ລະ​ດົກ​ທາງ​ທຳ​ມະ​ຊາດຂອງຊາວຜົ້ງສາລີ.

  • Writer: Superphil Phil
    Superphil Phil
  • Sep 20, 2020
  • 1 min read

Updated: Oct 19, 2020

ອຸທິຍານພູຟ້າ ເປັນ​ມໍ​ລະ​ດົກ​ທາງ​ທຳ​ມະ​ຊາດຂອງຊາວຜົ້ງສາລີ. ຜົ້ງ​ສາ​ລີ​ນັບ​ວ່າ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ທຳ​ມະ​ຊາດ​ສວຍ​ງາມ​ຫລາຍ ແລະ ອຸ​ທິ​ຍານ​ພູ​ຟ້າ​ກໍ​ເປັນ​ອີກ​ແຫລ່ງ​ທ່ອງ​ທ່ຽວ​ໜຶ່ງ​ທີ່​ມີ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຫລາຍ, ນອກ­ຈາກ​ເປັນ​ອຸ­ທິ­ຍານ​ທີ່​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ຊີ­ວະ​ນາໆພັນ ແລະ ລະ­ບົບ​ນິ­ເວດ​ວິ­ທະ­ຍາ​ແລ້ວ ພູ​ຟ້າ​ຍັງ​ເປັນ​ມໍ­ລະ­ດົກ​ອັນ​ລ້ຳ​ຄ່າ​ທາງ​ທຳ​ມະ​ຊາດ ແລະ ເປັນ​ມິ່ງ­ຂວັນ​ຂອງ​ຊາວ​ເມືອງ​ຜົ້ງ​ສາ­ລີ ທີ່​ມີ​ທັງ​ຄວາມ​ເຊື່ອ ຄຸນ­ຄ່າ​ທາງ​ດ້ານ​ຈິດ­ໃຈ ແລະ ຄວາມ​ກ່ຽວ​ພັນ​ກັນ​ຢ່າງ​ກົມ​ກືນ​ຂອງ​ການ​ດຳ­ລົງ​ຊີ­ວິດ ລະ­ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ​ນຳ​ອີກ.   ນອກ​ຈາກ​ນັ້ນ ພູ​ຟ້າ​ເປັນ​ໜ່ວຍ​ພູ​ອັນ​ໜຶ່ງ ທີ່​ຕັ້ງ​ຢູ່​ຄູ່​ກັບ​ດິນ­ແດນ​ຂອງ​ແຂວງ​ຜົ້ງ​ສາ­ລີ ມາ​ແຕ່​ດົນ​ນານ ເຊິ່ງ​ຖືກ​ກ່າວ​ຂານ​ກັນ​ວ່າ​ເປັນ​ພູ​ທີ່​ສັກ­ສິດ ແລະ ສັກ­ກາ­ລະ​ບູ­ຊາ​ຂອງ​ຊາວ​ຜົ້ງ​ສາ­ລີ ຕັ້ງ​ຢູ່​ທາງ​ທິດ­ຕາ­ເວັນ­ອອກ​ສຽງ​ເໜືອ​ຂອງ​ເທ­ສະ​ບານ​ເມືອງ​ຜົ້ງ​ສາ­ລີ ມີ​ຄວາມ​ສູງ​ກວ່າ 1.600 ແມັດ ທຽບ­ໃສ່​ລະ­ດັບ​ນ້ຳ​ທະ­ເລ ເນື້ອ­ທີ່​ທັງ​ໝົດ 200 ກວ່າ​ເຮັກ­ຕາ ປົກ​ຄຸມ​ໄປ​ດ້ວຍ​ປ່າ­ໄມ້​ທີ່​ດົກ­ໜາ​ຂຽວ­ງາມ​ຕະ­ຫຼອດ​ປີ ເປັນ​ທີ່­ຢູ່​ອາ­ໄສ​ຂອງ​ສັດ­ປ່າ​ຫຼາຍ​ຊະ­ນິດ ເປັນ​ແຫຼ່ງ​ກຳ­ເນີດ​ເຄື່ອງ​ປ່າ​ຂອງ​ດົງ ມີ​ຕົ້ນ­ໄມ້​ມີ­ຄ່າ ຕົ້ນ­ໄມ້​ເປັນ​ຢາ​ຫຼາກ​ຫຼາຍ​ຊະ­ນິດ ທີ່​ຊາວ​ຜົ້ງ​ສາ­ລີ​ເຄີຍ​ນຳ​ມາ​ໃຊ້​ເປັນ​ຢາ​ປົວ​ພະ­ຍາດ​ຊະ­ນິດ​ຕ່າງໆ ມາ​ແຕ່​ລຸ້ນ​ປູ່​ຍ່າ​ຕາ​ຍາຍ.

ພາບ: vientianemai.net.

    ພູ​ຟ້າ​ມີ​ທີ່​ມາ​ແນວ­ໃດ ເກີດ​ຂຶ້ນ​ດົນ​ປານ­ໃດ ແມ່ນ​ໃຜ​ເປັນ​ຜູ້​ຕັ້ງ​ຊື່­ວ່າ​ພູ​ຟ້າ ບໍ່​ມີ​ໃຜ​ຮູ້ ແຕ່​ຕຳ­ນານ​ນິ­ທານ​ພື້ນ​ບ້ານ​ທີ່​ເລົ່າ​ປາກ​ຕໍ່­ປາກ​ກັນ​ມາ​ວ່າ: ປາງ​ກ່ອນ­ກີ້ ຢູ່​ເທິງ​ຈອມ​ພູ​ແຫ່ງ​ນີ້​ຍັງ​ມີ​ເຄືອ​ເຂົາ​ໃຫຍ່​ຕົ້ນ​ໜຶ່ງ​ຊື່­ວ່າ: ເຄືອ​ເຂົາ​ຫຼວງ ເຄືອ​ເຂົາ​ດັ່ງ­ກ່າວ​ມີ​ອາ­ຍຸ​ຫຼາຍ​ພັນ​ປີ ແລະ ນັບ​ມື້​ນັບ​ປົ່ງ​ຍອດ​ອອກ​ໃບ​ສູງ​ຂຶ້ນ ໄດ້​ເລືອ​ໄປ​ເຖິງ​ພະ​ລາ­ຊະ​ວັງ​ຂອງ​ພະ­ຍາ​ແຖນ ພະ­ຍາ​ແຖນ​ເລີຍ​ໄດ້​ສັ່ງ​ໃຫ້​ບັນ­ດາ​ເສ­ນາ​ອາ­ມາດ ໃຊ້​ມີດ­ຕັດ​ຍອດ​ຂອງ​ເຄືອ​ເຂົາ​ຫຼວງ​ນັ້ນ​ຖິ້ມ ປາ­ກົດ​ວ່າ​ຍິ່ງ​ຕັດ​ຍອດ​ພູ­ເຂົາ​ກໍ​ຍິ່ງ​ປົ່ງ​ຍອດ​ອອກ​ໄວ​ຂຶ້ນ​ເລື້ອຍໆ ພະ­ຍາ​ແຖນ​ເກີດ​ມີ​ຄວາມ​ສົງ­ໄສ​ວ່າ​ເຄືອ​ດັ່ງ­ກ່າວ​ໄດ້​ມາ​ຈາກ​ໃສ ເຫດ​ໃດ​ຈຶ່ງ​ມາ​ຮອດ​ເມືອງ​ພະ­ຍາ​ແຖນ​ນີ້. ມື້­ໜຶ່ງ​ພະ­ຍາ​ແຖນ​ໄດ້​ນຳ­ພາ​ເສ­ນາ​ບໍ­ລິ­ວານ ຊອກ​ຫາ​ຕົ້ນ​ຂອງ​ມັນ ຫຼາຍ​ມື້​ຫຼາຍ​ຄືນ​ຈຶ່ງ​ເຫັນ​ວ່າ​ເຄືອ​ເຂົາ​ຫຼວງ ຕົ້ນ​ນີ້​ມີ​ຕົ້ນ​ກຳ­ເນີດ​ຈາກ​ພູ​ສູງ​ແຫ່ງ​ໜຶ່ງ​ໃນ​ເມືອງ​ມະ­ນຸດ ຈາກ​ນັ້ນ ພະ­ຍາ​ແຖນ​ໄດ້​ປະ­ກາດ​ໃຫ້​ຊາວ​ເມືອງ​ຊາວ­ບ້ານ​ຮູ້­ຈັກ ຕັ້ງ­ແຕ່​ນັ້ນ​ມາ​ຊາວ​ເມືອງ​ແຖນ​ທັງ­ຫຼາຍ ໄດ້​ພາ­ກັນ​ລົງ​ມາ​ທ່ຽວ​ເມືອງ​ມະ­ນຸດ​ບໍ່​ຂາດ ໃນ​ເວ­ລາ​ດຽວ​ກັນ​ນັ້ນ ລູກ​ສາວ​ຂອງ​ພະ­ຍາ​ແຖນ​ຊື່ ກິ່ນ​ນາ­ລີ ກໍ​ເຄີຍ​ລົງ​ມາ​ທ່ຽວ​ຫຼິ້ນ​ບໍ­ລິ­ເວນ​ພູ​ສູງ​ແຫ່ງ​ນີ້​ເຊັ່ນ​ດຽວ​ກັນ ຢູ່​ໃກ້​ຄຽງ​ບໍ­ລິ­ເວນ​ພູ​ສູງ​ແຫ່ງ​ນີ້ ກໍ​ຍັງ​ມີ​ໜອງ​ນ້ຳ​ໃຫຍ່​ແຫ່ງ​ໜຶ່ງ​ທີ່​ນາງ​ກິ່ນ​ນາ­ລີ ເຄີຍ​ລົງ​ອາບ­ນ້ຳ​ໃນ​ເວ­ລາ​ແດດ​ຮ້ອນ ຈາກ​ນິ­ທານ​ພື້ນ​ບ້ານ​ດັ່ງ­ກ່າວ ພູ​ສູງ​ໜ່ວຍ​ນີ້​ສາ­ມາດ​ເປັນ​ເສັ້ນ­ທາງ​ຂຶ້ນ​ສູ່​ເມືອງ​ສະ­ຫວັນ​ຊັ້ນ​ຟ້າ ດັ່ງ­ນັ້ນ ຊາວ­ບ້ານ​ຈຶ່ງ​ໃສ່​ຊື່​ພູ​ໜ່ວຍ​ນີ້​ວ່າ ພູ​ຟ້າ ອີງ​ຕາມ​ເລື່ອງ​ນິ­ທານ​ດັ່ງ­ກ່າວ​ໜອງ​ນ້ຳ​ໃຫຍ່ ທີ່​ກ່າວ​ໃນ​ນິ­ທານ​ນັ້ນ ຍັງ​ປາ­ກົດ​ມີ​ຢູ່​ຫຼັກ​ຫ້າ ເຊິ່ງ​ຊາວ­ບ້ານ​ເຄີຍ​ເອີ້ນ​ໜອງ​ນີ້​ວ່າ: ໜອງ​ກິ່ນ​ນາ­ລີ​ຈົນ​ເຖິງ​ປັດ­ຈຸ­ບັນ. ອຸທິຍານພູຟ້າ ມໍ​ລະ​ດົກ​ທາງ​ທຳ​ມະ​ຊາດ ແລະ ມິງ​ຂັວນຂອງຊາວຜົ້ງສາລີ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page