top of page
Search

ອັດຕະປື ເມືອງບູຮານປາກົດຊື່ໃນພົງສາວະດານອັດຕະປືວ່າ ” ເມືອງລາວຫຼົງ “

  • Writer: Superphil Phil
    Superphil Phil
  • Jun 16, 2020
  • 1 min read

ອັດຕະປື ເມືອງບູຮານປາກົດຊື່ໃນພົງສາວະດານອັດຕະປືວ່າ ” ເມືອງລາວຫຼົງ “ ເມືອງລາວຫຼົງ ຫລື ອັດຕະປື ເປັນເມືອງບູຮານດັ້ງເດີມ ສືບສານກັນມາແຕ່ບູຮານນະການ ປາກົດຊື່ໃນພົງສາວະດານອັດຕະປືວ່າ “ເມືອງລາວຫຼົງ” ຫຼື “ເມືອງອົງການ”ໃນປີ ຄສ 638 ຕໍ່ມາປ່ຽນເປັນ “ ແອ້ກະປື ” ( ແອ້ ເປັນຄຳສ້ວຍໃນເວລາລຳຜະຫຍາພື້ນເມືອງຂອງຄົນທ້ອງຖິ່ນ, ມີຄວາມໝາຍວ່າ ຄັກຫຼາຍແທ້ໆ/ສຸດຍອດ, ກະປື ແປວ່າ: ຄວາຍ) ເຫດທີ່ໄດ້ຊື່ແນວນີ້ຍ້ອນວ່າ ດິນແດນນີ້ມີ ທຳມະຊາດອຸດົມສົມບູນມີ ຝູງງົວຄວາຍປ່າ ແລະ ສັດປ່ານາໆ ຊະນິດມາອາໄສຢູ່ຖິ່ນນີ້ຫຼາຍແທ້ໆ. ຕົກມາຮອດສະໄໝລາວເສຍເອກະລາດ-ຝຣັ່ງເສດປົກຄອງ ຈຶ່ງປ່ຽນມາເປັນ “ອັດຕະປື” ມາເຖິ່ງທຸກວັນນີ້. ໃນປີ ຄສ 1572 ຍ້ອນວ່າ ພະຍານະຄອນ ຄິດກະບົດຢາກເປັນເຈົ້າແຜ່ນດິນ ຈຶ່ງມີກົນອຸບາຍທູນຕໍ່ ພະເຈົ້າ ໄຊຍະເສດຖະທິຣາດ ວ່າເຈົ້າເມືອງອົງການແອ້ກະປື ມີໃຈອອກຫ່າງບໍ່ຍອມຂຶ້ນກັບການປົກຄອງຂອງພະອົງ, ພະເຈົ້າ ໄຊຍະເສດຖາທິຣາດ ຈຶ່ງໄດ້ນຳທັບຫຼວງໄປເຖິ່ງ ເມືອງອົງການ ( ອັດຕະປື ) ເພື່ອທຳການປັບປຸງກຳລັງໄປປາບປາມເມືອງດັ່ງກ່າວ ແຕ່ຖືກພວກກະບົດລອບປົງພະຊົນ ເຮັດໃຫ້ພະອົງຫາຍສາບສູນ ເມື່ອແຮມ 3 ຄ່ຳ ເດືອນອ້າຍ ( ເດືອນຈຽງ ) ຄສ 1572 ດ້ວຍພະພັນສາພຽງ 38 ພັນສາ, ອັດຖິທາດ ( ກະດູກ ) ຂອງພະອົງໄດ້ຖືກນຳມາປະດິດສະຖານໄວ້ທີ່ ວັດທາດຈຸລະມະນີ ( ວັດໄຊເສດຖາ ) ໃກ້ກັບທີ່ເກີດເຫດ ແລະ ພາຍຫຼັງມາເຂດການປົກຄອງທ້ອງຖິ່ນຂັ້ນເມືອງນີ້ໄດ້ຮັບການຕັ້ງຊື່ວ່າ: ເມືອງໄຊເສດຖາ.

ພາບ: laosjourney.com

ໃນໄລຍະ ສົງຄາມຕໍ່ສູ້ກູ້ເອກະລາດ ແລະ ປົດປ່ອຍຊາດ ຕ້ານການຂອງຈັກກະພັດ ອັດຕະປື ເປັນຖານທີ່ໝັ້ນອັນແຂງແກ່ນຂອງກຳລັງປະຕິວັດ ແລະ ໄດ້ຮັບການປົດປ່ອຍ ໃນວັນທີ 28/4/1970 ເຊິ່ງອະນຸສອນແຫ່ງສົງຄາມ ຍັງມີມາກມາຍ ຢູ່ທາງທິດຕາເວັນອອກຂອງແຂວງ ໂດຍສະເພາະລຽບບໍລິເວນເສັ້ນທາງໂຮ່ຈິມິນ ພາຍຫຼັງການປົດປ່ອຍທົ່ວປະເທດໃນປີ 1975 ອັດຕະປື ໄດ້ຮັບການຍົກຍ້ອງສັນລະເສີນເປັນແດນ “ ວິລະຊົນ ” ແລະ ໄດ້ຮັບການພັດທະນາຮອບດ້ານເລື້ອຍໆມາ. ເມືອງລາວຫຼົງ ເມືອງ​ອັດ​ຕະ​ປື ​ຊື່ບູ​ຮານ​ໃນ​ພົງ​ສາ​ວະ​ດານຂອງ​ອັດ​ຕະ​ປື ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page