top of page
Search

ອັດ​ຕາເງິນ​ເຟີ້​ຂອງເງິນ​ກີບ​ລາວເດືອນ​ກັນ​ຍາ​ ປີ2020 ເລີ່ມຫລຸດ​ລົງ.

  • Writer: Superphil Phil
    Superphil Phil
  • Oct 20, 2020
  • 1 min read

ອັດ​ຕາເງິນ​ເຟີ້​ຂອງເງິນ​ກີບ​ລາວເດືອນ​ກັນ​ຍາ​ ປີ2020 ເລີ່ມຫລຸດ​ລົງ. ຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 318/ສຖຕ2.2 ລົງວັນທີ 2 ຕຸລາ 2020 ໃຫ້ຮູ້ວ່າ: ດັດສະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ເພີ່ມຂຶ້ນຢູ່ໃນລະດັບ 4,63% ເຊິ່ງເພີ່ມຂຶ້ນຊ້າກວ່າເດືອນຜ່ານມາເລັກໜ້ອຍ ( ເດືອນສິງຫາ 2020 ຢູ່ໃນລະດັບ 5,84% ) ແລະ ສະເລ່ຍໃນ 9 ເດືອນ 2020 ຢູ່ໃນລະດັບ 5,71%.

ree
ພາບ: targetlaos.com

ການປ່ຽນແປງດັດສະນີລາຄາເດືອນຕໍ່ເດືອນໃນເດືອນກັນຍາ ທຽບກັບເດືອນສິງຫາ 2020 ເພີ່ມຂຶ້ນເລັກໜ້ອຍ ຄື: 0,16% ໃນນີ້ແມ່ນມາຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 0,45% ເນື່ອງມາຈາກລາຄາຊີ້ນ, ພືດຜັກ ແລະ ໝາກໄມ້ ປັບຕົວເພີ່ມຂຶ້ນ. ຂະນະດຽວກັນປະເພດເຂົ້າສານແມ່ນມີທ່າອ່ຽງຫຼຸດລົງເລັກໜ້ອຍ -1,02%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,60% ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,39% ເນື່ອງຈາກປະເພດເຄື່ອງນຸ່ງເດັກນ້ອຍ ແລະ ເກີບປັບຕົວເພີ່ມຂຶ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,96% ເນື່ອງຈາກລາຄາຄຳ ເພີ່ມຂຶ້ນ 3,67%. ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ປັບຕົວເພີ່ມຂຶ້ນ ແມ່ນມາຈາກການເໜັງຕີງຂອງໝວດສິນຄ້າ ຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ທຽບປີຕໍ່ປີ ເພີ່ມຂຶ້ນ 7,70%; ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 3,89%; ໝວດເຄື່ອງໃຊ້ໃນຄົວເຮືອນ ເພີ່ມ ຂຶ້ນ 4,87%; ໝວດຮັກສາສຸ ຂະພາບ ແລະ ປາ ເພີ່ມຂຶ້ນ 5,66%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 6,59%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 9,89%; ໝວດຄົມມະນາຄົມ ແລະ ຂົນສົ່ງ ແມ່ນ 0,91%. ໃນຂະນະດຽວກັນ ໝວດອາຫານ ແລະ ໂຮງແຮມ ຫຼຸດລົງ -2,09%. ໃນເດືອນກັນຍາ ອັດຕາເງິນເຟີ້ຂອງລາວເລີ່ມຫຼຸດລົງເລັກໜ້ອຍ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page