top of page
Search

ອັດ​ຕາ​ການ​ຖື​ພາ​ໃນລາວຍັງ​ເປັນ​ບັນ​ຫາເນືອງ​ຈາກຍັງ​ຂາດ​ການ​ວາງ​ແຜນ.

  • Writer: Superphil Phil
    Superphil Phil
  • Oct 1, 2020
  • 1 min read

ອັດ​ຕາ​ການ​ຖື​ພາ​ໃນລາວຍັງ​ເປັນ​ບັນ​ຫາເນືອງ​ຈາກຍັງ​ຂາດ​ການ​ວາງ​ແຜນ.

ຈາກຂໍ້ມູນຂອງອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ໃຫ້ຮູ້ວ່າ: ໃນບັນດາປະເທດອາຊຽນ ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ ປະ ມານ 83 ຕໍ່ເດັກຍິງ 1.000 ຄົນ ອາຍຸ 15-19 ປີ ທີ່ໄດ້ມີການເກີດລູກ, ອັດຕາການຕາຍຂອງແມ່ຍັງສູງ ແລະ ຄາດວ່າຈະເພີ່ມຂຶ້ນຍ້ອນຜົນກະທົບທີ່ກ່ຽວຂ້ອງ ກັບພະຍາດຕິດເຊື້ອ COVID-19 ແລະ ອື່ນໆ.

ຕາມ​ຂໍ້​ມູນ​ຈາກ ຂ​ປ​ລ ໃຫ້​ຮູ້​ວ່າ, ສປປ ລາວ ມີການຖືພາໂດຍບໍ່ໄດ້ວາງແຜນໃນ​ທຸກໆ​ສອງ​ປີ ປະມານ 286.000 ຄົນ, ສ່ວນໃຫຍ່ແມ່ນຢູ່ໃນກຸ່ມຜູ້ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການ ກ່ຽວກັບການຄຸມກຳເນີດແບບສະໝັກໃຈ ການຖືພາທີ່ບໍ່ໄດ້ວາງແຜນເປັນຈຳນວນຫລາຍ ແມ່ນໃນບັນດາແມ່ຍິງອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດໃນຊີວິດຂອງເຂົາເຈົ້າ ແລະ ໂອກາດຂອງພວກເຂົາກໍມີຈຳກັດຫລາຍ ຍ້ອນການຖືພາທີ່ບໍ່ໄດ້ວາງແຜນ ແລະ ເດັກນ້ອຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກໂພຊະນາການທີ່ດີ. ສະນັ້ນ, ຈຶ່ງເປັນສິ່ງທ້າທາຍສືບຕໍ່ເປັນວົງຈອນຂອງຄວາມທຸກຍາກ, ຈຳນວນການເກີດທີ່ບໍ່ໄດ້ວາງແຜນ ຄາດວ່າຈະເພີ່ມຂຶ້ນໃນປະເທດລາວ.


ພາບ: targetlaos.com

ເນື່ອງຈາກຜົນກະທົບທີ່ກ່ຽວຂ້ອງກັບການລະບາດຂອງພະຍາດ COVID-19, ໃນໄລ ຍະ 2 ປີ ຄາດວ່າຈະເພີ່ມຂຶ້ນເຖິງ 331.000 ຫລື 355.000 ການເກີດໃໝ່ທີ່ບໍ່ໄດ້ວາງແຜນ.

ໃນຂະນະທີ່ການບໍລິການ ແລະ ຜະລິດຕະພັນວາງແຜນຄອບຄົວ, ການພັດທະນາແບບຕໍ່ເນື່ອງ ແມ່ນມີຄວາມບໍ່ສະເໝີພາບ 68% ຂອງພົນລະເມືອງທີ່ອາໄສຢູ່ເຂດຊົນນະບົດ, ເຂດຫ່າງໄກຊອກຫລີກ ທີ່ບໍ່ມີເສັ້ນທາງເຂົ້າເຖິງແມ່ນເປັນສິ່ງທ້າທາຍຫລາຍທີ່ສຸດ ໃນການເຂົ້າເຖິງການບໍລິການສຸຂະພາບ. ໃນຈຳນວນແມ່ຍິງທີ່ແຕ່ງງານແລ້ວ 14% ຫລີກລ້ຽງການຖືພາບໍ່ສາມາດເຂົ້າເຖິງການຄຸມກໍາ ເນີດໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page