top of page
Search

ຫາດດອນກາງ ເມືອງເຟືອງແຫລ່ງທ່ອງທຽວທຳມະຊາດ

  • Writer: Superphil Phil
    Superphil Phil
  • May 8, 2020
  • 1 min read

ແຫລ່ງທ່ອງທຽວທຳມະຊາດຫາດດອນກາງ

ສ​ປ​ປ ລາວ ມີ​ແຫລ່ງ​ທ່ອງ​ທຽວ​ຫລາຍ ແລະ ສ່ວນ​ໃຫຍ່​ແມ່ນແຫລ່ງທ່ອງທ່ຽວທາງທຳມະຊາດ ທັງ ຫ້ວຍນໍ້າລຳເຊ, ພູຜາປ່າດົງ ແລະເຫວຖໍ້າ ຢູ່ປະເທດລາວ ເຮົາ ຕັ້ງແຕ່ເໜືອຕະຫລອດໃຕ້ນັບວ່າມີຈຳນວນຫຼວງ ຫຼາຍ ເຊິ່ງລ້ວນແຕ່ມີຄວາມ ສວຍສົດງົດງາມ ແລະ ໜ້າທ່ຽວຊົມ.

ພາບ​: laophattananews.com

ແຕ່ຖ້າເວົ້າເຖິງ ຄວາມເປັນທຳມະຊາດທາງດ້ານສາຍນໍ້າ ແລະ ເໝາະແກ່ການລ່ອງເຮືອ-ແພຊົມຜາສູງ ແລະ ແກ້ງຕາດຕາມສອງຟາກຝັ່ງໃນວັນພັກ ຜ່ອນຂອງຊາວເມືອງແບບຊຸມເຮົາເຈົ້າຂ້ອຍ ຂໍແນະນຳ ແຫລ່ງທ່ອງທ່ຽວ “ຫາດ ດອນກາງ” ເມືອງເຟືອງ ແຂວງວຽງຈັນ ເຊິ່ງເປັນສະຖານທີ່ທີ່ພວມໄດ້ຮັບຄວາມ ນິຍົມຈາກນັກທ່ອງທ່ຽວຫຼາຍຂຶ້ນ. ແຫລ່ງທ່ອງທ່ຽວຫາດດອນກາງ ແມ່ນຫາດຊາຍສາຍນໍ້າລີກທີ່ຕັ້ງຢູ່ຫ່າງຈາກ ເທສະບານເມືອງ ປະມານ 3 ກິໂລແມັດ ແລະ ຫ່າງຈາກ ນະຄອນຫຼວງວຽງຈັນປະມານ 122 ກິໂລແມັດໄປ ຕາມເສັ້ນທາງເລກ 13 ເໜືອ ແລ້ວລ້ຽວຊ້າຍເຂົ້າ ທາງແຍກເມືອງຫີນເຫີບ ດ້ວຍຫົນທາງທີ່ສະດວກ ສະບາຍຈົນເຖິງສະຖານທີ່ ທ່ອງທ່ຽວ.

ພາບ​: laophattananews.com

ແຫລ່ງທ່ອງທຽວທຳມະຊາດຫາດດອນກາງ ເມືອງເຟືອງ ທ່ານ ວັນນາ ແສງພະ ຈັນ ຜູ້ຈັດການບໍລິການແຫຼ່ງ ທ່ອງທ່ຽວດັ່ງກ່າວໃຫ້ຮູ້ວ່າ: ແຫລ່ງທ່ອງທ່ຽວຫາດດອນກາງ ໃນເມື່ອກ່ອນຍັງບໍ່ມີ ຄວາມຟົດຟື້ນ ແຕ່ພາຍຫຼັງໄດ້ເລີ່ມພັດທະນາ ແລະ ເປີດໃຫ້ບໍລິການຕັ້ງແຕ່ປີ 2018 ເປັນຕົ້ນມານັບວ່າໄດ້ຮັບ ຄວາມສົນໃຈຫຼາຍຂຶ້ນ ເພາະ ວ່າເປັນການພັດທະນາແບບມີສ່ວນຮ່ວມ ແລະ ຍັງຄົງ ຮັກສາຄວາມສົມບູນທາງ ທຳມະຊາດໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page