top of page
Search

ຫາດຄູນອີກ​ໜຶ່ງ​ສະ​ຖານ​ທີ່​ພັກ​ຜ່ອນ​ແບບທຳມະຊາດຂອງ​ບໍ​ລິ​ຄຳ​ໄຊ.

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

Updated: Oct 19, 2020

ຫາດຄູນອີກ​ໜຶ່ງ​ສະ​ຖານ​ທີ່​ພັກ​ຜ່ອນ​ແບບທຳມະຊາດຂອງ​ບໍ​ລິ​ຄຳ​ໄຊ.

ໃນ​ພາ​ວະ​ຂອງ​ພະ​ຍາດ​ລະ​ບາດ​ແບບ​ນີ້, ລາວ​ເຮົາ​ກໍ​ໄດ້​ມີ​ການ​ສົ່ງ​ເສີມ​ໃຫ້​ມີ​ການ​ພັດ​ທະ​ນາ​ແຫລ່ງ​ທ່ອງ​ທ່ຽວ​ພາຍ​ໃນ​ເຊິງ​ປະ​ເທດ​ລາວ​ມີ​ພື້ນ​ຖານ​ທາງ​ດ້ານ​ທຳ​ມະ​ຊາດ​ອັນ​ສວຍ​ງາມ​ຫລາຍ​ບ່ອນ​ຢູ່​ແລ້ວ ແລະ ອີກ​ໜຶ່ງ​ສະ​ຖານ​ທີ່​ທີ່​ໜ້າ​ທ່ຽວ​ຊົມ​ໃນ​ເຂດ​ແຂວງ​ບໍ​ລິ​ຄຳ​ໄຊ​ທີ່​ເໜາະ​ສົມ​ກັບ​ການ​ພັກ​ຜ່ອນ​ ທັງ​ມີ​ຄວາມ​ສວຍ​ງາມ​ນັ້ນ​ກໍ​ຄື ຫາດ​ຄູນ ຕັ້ງ​ຢູ່​ແຄມ​ນ້ຳ​ຊັນ ບ້ານ​ໂພນ​ມຸງ​ຄູນ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ.  ບໍ່​ພຽງ​ແຕ່​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ​ເທົ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈາກ​ເຂດ​ອື່ນໆ​ສາ​ມາດ​ມາ​ພັດ​ຜ່ອນ​ໄດ້, ທີ່​ນີ້​ສາ​ມາດ ອາບ­ນ້ຳ-ຫຼິ້ນ​ນ້ຳ​ແບບ​ເຢັນໆ​ຜ່ອນ­ຄາຍ​ຄວາມ​ຮ້ອນ​​ໄດ້ ການ​ໄປ​ສຳ­ຜັດ​ກັບ​ບັນ­ຍາ­ກາດ​ຕົວ​ຈິງ ກໍ​ຕ້ອງ​ໃຫ້​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເພາະ­ວ່າ​ໄລ­ຍະ​ນີ້ ຍັງ​ຢູ່​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ 06/ນຍ ເມື່ອ​ໃດ​ການ​ລະ­ບາດ​ຂອງ COVID-19 ໝົດ​ໄປ​ຈາກ​ປະ­ເທດ​ຂອງ​ພວກ​ເຮົາ​ແລ້ວ ຈຶ່ງ​ຄ່ອຍ​ໄປ​ພັກ­ຜ່ອນ​ຢ່ອນ​ໃຈ​ແກ້​ເມື່ອຍ​ຄາຍ​ຮ້ອນ​ໃນ​ສະ­ຖານ­ທີ່​ແຫ່ງ​ນີ້.

https://doodido.com/
ພາບ: vientianemai.net.

    ມາ​ຮູ້​ຈັກ​ກັບຫາດ​ຄູນ ແລະ ຊົມ​ພາບຄວາມ​ສວຍ​ງາມ​ຂອງ​ທຳ​ມະ​ຊາດ​ແຫ່ງ​ນີ້, ຫາດ​ຄູນ ຕັ້ງ​ຢູ່​ແຄມ​ນ້ຳ​ຊັນ ບ້ານ​ໂພນ​ມຸງ​ຄູນ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ເຊິ່ງ​ທ່ານ​ສາ­ມາດ​ເດີນ­ທາງ​ດ້ວຍ​ລົດ​ເຂົ້າ​ເຖິງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ໄດ້​ເລີຍ ຫາດ​ຄູນ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ທີ່​ໄດ້​ຮັບ​ການ​ພັດ­ທະ­ນາ​ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຂວັນ​ໃຈ​ຂອງ​ຊາວ​ເມືອງ​ບໍ​ລິ​ຄັນ ກໍ​ຄື ແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​ທີ່​ມາ​ທ່ຽວ​ຊົມ ເຊິ່ງ​ເປັນ​ສະ­ຖານ­ທີ່​ຖືກ​ປະ­ດິດ​ສ້າງ​ໂດຍ​ທຳ​ມະ​ຊາດ ສ້າງ​ສິ່ງ​ເອື້ອ​ອຳ­ນວຍ​ຫຼາຍ​ປະ­ການ​ໃຫ້​ແກ່​ການ​ພັກ­ຜ່ອນ​ຢ່ອນ​ອາ­ລົມ ດ້ວຍ​ການ​ຊົມ​ທິວ​ທັດ​ທີ່​ສວຍ​ງາມ ບັນ­ຍາ­ກາດ​ຍາມ­ແລງ​ທີ່​ເຢັນ​ສະ­ບາຍ ການ​ບໍ­ລິ­ການ​ດ້ວຍ​ໃຈ ແລະ ເປັນ​ກັນ​ເອງ​ຂອງ​ຜູ້​ປະ­ກອບ​ການ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page