top of page
Search

ຫລາຍຕະຫຼາດໃນນະຄອນຫຼວງຍັງຂາຍຊີ້ນໝູ​ເກີນລັດກໍານົດ

  • Writer: Superphil Phil
    Superphil Phil
  • Apr 15, 2020
  • 1 min read

ໃນນະຄອນຫຼວງມີພຽງ 2 ຕະຫຼາດຈາກ 8 ແຫ່ງທີ່ຂາຍຊີ້ນໝູຕາມລັດກໍານົດໄວ້.

ຫຼັງຈາກທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກໍານົດລາຄາຈໍາໜ່າຍສິນຄ້າ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19, ເຊິ່ງໜຶ່ງໃນນັ້ນແມ່ນກໍານົດລາຄາຊີ້ນໝູຫ້າມເກີນ 40.000ກີບ/ກິໂລ ແຕ່ເມື່ອເຈົ້າໜ້າທີ່ລົງກວດກາຕົວຈິງກັບພົບພຽງ 2 ຕະຫຼາດ ຈາກ 8ຕະຫຼາດຫຼັກ ເທົ່ານັ້ນທີ່ຂາຍຊີ້ນໝູຕາມເພດານທີ່ລັດກໍານົດ.

ພາບ: laoedaily.com.la

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການເລື່ອງ ແຈ້ງລາຄາ ໃນໄລຍະມີສະພາບການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ສະບັບເລກທີ 0653/ອຄ.ນວ.ຄພນ, ລົງວັນທີ 3 ເມສາ 2020

ໂດຍໄດ້ກໍານົດລາຄາຈໍາໜ່າຍສິນຄ້າຫຼາຍປະເພດໄວ້ ໜຶ່ງໃນນັ້ນແມ່ນກໍານົດຂາຍຍ່ອຍລາຄາຊີ້ນໝູ 40.000ກີບ / ກິໂລ, ຫຼ້າສຸດວັນທີ 7 ເມສາ 2020 ທີມຂ່າວເສດຖະກິດການຄ້າ ໄດ້ລົງພື້ນທີ່ຮ່ວມກັບເຈົ້າໜ້າທີ່ກ່ຽວຂ້ອງລົງກວດກາຕົວຈິງຕາມ 8ຕະຫຼາດຫຼັກໃນນະຄອນຫຼວງວຽງຈັນ ພົບພຽງ 2ຕະຫຼາດເທົ່ານັ້ນທີ່ຂາຍຊີ້ນໝູຕາມລາຄາທີ່ໄດ້ແຈ້ງການໄປກ່ອນໜ້ານີ້.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງໃຫ້ຮູ້ວ່າ: ບັນດາຕະຫຼາດທີ່ພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນ ລົງໄປສໍາຫຼວດກວດກາໃນຄັ້ງນີ້ ຫຼັກໆແມ່ນ 8ຕະຫຼາດໃຫຍ່ຄື ຕະຫຼາດໄຮຄໍາ, ໂນນຄໍ້, ໜອງຈັນ, ໂພນສະຫວ່າງ, ໂພນຕ້ອງຈອມມະນີ, ຫ້ວຍຫົງ, ສີໄຄ ແລະ ຕະຫຼາດລາວອົດຊີ ເຊິ່ງຈາກການເກັບກໍາຂໍ້ມູນຈາກຈັດສັນຕະຫຼາດ ພົບພຽງ 2ຕະຫຼາດເທົ່ານັ້ນທີ່ຂາຍຊີ້ນໝູໃນລາຄາລັດກໍານົດຄື ໜອງຈັນ ແລະ ລາວ-ອົດຊີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page