top of page
Search

ຫລາຍ​ເມືອງໃນແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກຈາກນໍ້າຖ້ວມ.

  • Writer: Superphil Phil
    Superphil Phil
  • Oct 20, 2020
  • 1 min read

ຫລາຍ​ເມືອງໃນແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກຈາກນໍ້າຖ້ວມ. ຕາມ​ທີ່​ເຫັນ​ໃນ​ຂ່າວ​ທັງ​ສື່​ອອນ​ລາຍ ແລະ ແຫລ່ງ​ອື່ນໆ, ໃນໄລຍະຕົ້ນເດືອນຕຸລາ 2020, ປະຊາຊົນ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຫລາຍຈາກໄພນ້ຳຖວ້ມ ເຊິ່ງເຮັດໃຫ້ເຮືອນຊານບ້ານຊ່ອງ, ໂຮງ ຮຽນ, ໄຮ່ນາ, ເນື້ອທີ່ການຜະລິດ ແລະ ສັດລ້ຽງ ເສຍຫາຍຫລາຍສົມຄວນ ແລະ ຍັງ​ຄົງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຫລາຍ​ຝ່າຍ​ຢູ່. ປັດຈຸບັນ ປະຊາຊົນ 8 ເມືອງ ໃນແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໝັກ ຈາກໄພພິບັດນໍ້າຖ້ວມ ຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພີນ ແລະ 4 ເມືອງ ຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງ ຄື: ຊົນນະບູລີ, ຈຳພອນ, ສອງຄອນ ແລະ ທ່າປາງທອງ ຍ້ອນຝົນຕັກໜັກຕິດຕໍ່ກັນຫລາຍວັນ ໃນນີ້ໜັກກວ່າໝູ່ແມ່ນເມືອງເຊໂປນ ແລະ ເມືອງນອງ ເນື່ອງຈາກເສັ້ນທາງຖືກຕັດຂາດ ຈົນບໍ່ສາມາດເຂົ້າເຖິງໄດ້ ແລະ ລະດັບນໍ້າຍັງສືບຕໍ່ສູງຂື້ນ ສ່ວນຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ເທື່ອ.

ພາບ: ຂ​ປ​ລ

ສ່ວນ​ເມືອງ​ທີຄາດ​ວ່າ​ຈະ​ເສຍ​ຫາຍ​ຫລາຍ ແລະ ໜັກ​ກໍ​ຄື ເມືອງຈຳພອນ ແລະ ເມືອງຊົນນະບູລີ, ສຳລັບ ເມືອງຈຳພອນ ປະລິມານນ້ຳໄດ້ເຮັດໃຫ້ນໍ້າເຊຈໍາພອນ ສູງຂຶ້ນໄຫລເຂົ້າຖ້ວມບ້ານປະຊາຊົນ ເປັນຕົ້ນ ບ້ານໂນນສີທັນ, ຫົວເມືອງ, ເພຍກ່າ, ລໍາບອງ, ຊະຄືນໃຕ້, ຊະຄືນເໜືອ, ລຳເທນ, ວັງເມົາ, ດົງເມືອງ, ທ່າມ່ວງ ລວມມີ 355 ຄອບຄົວ, ຈໍານວນ 1.730 ກວ່າຄົນ, ເນື້ອທີ່ການຜະລິດ ຖືກນໍ້າຖ້ວມ 414 ກວ່າເຮັກຕາ. ປະ​ຊາ​ຊົນແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກຈາກນໍ້າໄພຖ້ວມ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page