top of page
Search

ຫລວງພະບາງສະເໜີ 12 ວັດທະນະທຳເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນ.

  • Writer: Superphil Phil
    Superphil Phil
  • Sep 6, 2020
  • 1 min read

ຫລວງພະບາງສະເໜີ 12 ວັດທະນະທຳເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນ. ຫລວງ​ພະ​ບາງ​ເປັນເມືອງ​ໜຶ່ງທີ່​ມີ​ຄວາມ​ຫລາກ​ຫລາຍ​ຂອງ​ວັດ​ທະ​ນາ​ທຳລາວ ແລະ ຍັງ​ຄົງ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນາ​ທຳ​ໄວ້​ໄດ້​ເຊິງ​ເຫັນ​ໄດ້​ຈາກ​ສະ​ຖານ​ທີ່​ຕ່າງໆ ທີ່​ຍັງ​ຄົງ​ຮັກ​ສາ​ສະ​ພາບ​ເກົ່າ​ໄວ້​ໄດ້ ແລະ ຫລວງ​ພະ​ບາງ​ຍັງ​ເປັນ​ເມືອງ​ມໍ​ລະ​ດົກ​ໂລກ ດ້ວຍ​ເອກ​ກະ​ລັກ​ຕ່າງໆ​ທີ່​ຍັງ​ຮັກ​ສາ​ຄວາມ​ເປັນ​ລາວ​ໄວ້​ໄດ້​ຢ່າງ​ດີ. ຕາມ​ການ​ລາຍ​ງານ​ຂອງ​ຂ່າວ​ລາວ​ພັດ​ທະ​ນາ​ໃຫ້​ຮູ້​ວ່າ: ຫ້ອງການມໍລະດົກໂລກຫລວງພະບາງ ໄດ້ສຳເລັດການເກັບກຳຂໍ້ມູນມໍລະດົກ ທາງດ້ານວັດທະນະທຳ ທີ່ບໍ່ເປັນວັດຖຸ ຈຳນວນ 12 ເລື່ອງ ທາງວັດ​ທະ​ນາ​ທຳເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນເຊັ່ນ: ເຂົ້າໂຄບ, ຂັບສະຫລາງ-ສາມສ້າວ, ການປັ້ນໜໍ້ດິນເຜົາ, ປູນປະທາຍເພັດ, ຫັດຖະກໍາປັກດິ້ງ, ຫັດຖະກໍາເຈ້ຍປໍສາ, ຫັດຖະກໍາຊ້ານໍ້າກ້ຽງ, ເອາະຫລາມ, ລະຄອນຕຸກກະຕາອີ່ປ໋ອກ, ຂັບທຸມຫລວງພະບາງ, ຟ້ອນນາງແກ້ວ ແລະ ຫັດຖະກໍາຕີເງິນ.

ພາບ: jolygram.com

ທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກຫລວງພະບາງ ໄດ້ລາຍງານຕໍ່ກອງປະຊຸມ ຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ຄັ້ງທີ 9 ເມື່ອທ້າຍອາທິດຜ່ານມານີ້ ທີ່ນະຄອນຫລວງວຽງຈັນວ່າ ໃນໄລຍະຜ່ານມາ ທາງຫ້ອງການມໍລະ ດົກໂລກຫລວງພະບາງ ກໍໄດ້ລົງໂຄສະນາໃຫ້ຄວາມຮູ້ແກ່ປະຊາຊົນເຂົ້າໃຈ ກ່ຽວກັບການປົກປັກຮັກສາ ແລະ ຄຸ້ມຄອງ ມໍລະດົກໂລກ, ຄຸ້ມຄອງການປຸກສ້າງ ແລະ ປະຕິສັງຂອນບັນດາເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກຕ່າງໆໄດ້ ຢ່າງຕັ້ງໜ້າ. ພ້ອມໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກ່ຽວກັບການກໍ່ສ້າງຕາຝັ່ງເຈື່ອນອ້ອມຕົວເມືອງຫລວງ, ເຊິ່ງມັນມີຄວາມຈຳເປັນຫລາຍທີ່ສຸດ ເພາະໃນລະດູຝົນປີ 2016 ຜ່ານມາໄດ້ເກີດນ້ຳຖ້ວມເຮັດໃຫ້ເກີດການເຊາະເຈື່ອນ ຢູ່ຈຸດບ້ານຄີລີ ແລະ ບ້ານຊຽງທອງ, ເຊິ່ງອາດເຮັດໃຫ້ບາງເຂດທີ່ຢູ່ລຽບຕາມແຄມ ນ້ຳຄານເສຍຫາຍ. ໃນປີ 2019 ຜ່ານມາ ຫລວງພະບາງ ກໍກະກຽມສະເຫລີມສະຫລອງມໍລະ ດົກໂລກ ຫລວງພະບາງຄົບຮອບ 25 ປີ, ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທຸກກິດຈະກໍາແມ່ນຖືກໂຈະ. 12 ວັດທະນະທຳທີ່ຫລວງພະບາງສະເໜີເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page