top of page
Search

ຫລັກ​ການ “ໄວ​ຍາ​ກອນ” ຂອງພາ​ສາ​ລາວ ແລະ ການ​ສະ​ກົດ​ຄຳ.

  • Writer: Superphil Phil
    Superphil Phil
  • May 22, 2020
  • 1 min read

ຫລັກ​ການ “ໄວ​ຍາ​ກອນ” ຂອງພາ​ສາ​ລາວ ແລະ ການ​ສະ​ກົດ​ຄຳ.

ການ​ສະ​ກົດ​ຄຳ ໄວ​ຍາ​ກອນ ແລະ ໄວ​ຍະ​ກອນ ເຫັນ​ຫລາຍໆ​ຄົນ​ຍັງ​ສະ​ກົດ​ຜິດ​ກັນ​ຢູ​່, ແຕ່​ຖ້າ​ຈະ​ໃຫ້​ຖືກ​ແລ້ວ​ຕ້ອງ​ສະ​ກົດ​ແບບ​ນີ້ ໄວຍາກອນ ເປັນການສະກົດຖືກ ແລະ ການ​ສະ​ກົດ ໄວຍະກອນ ເປັນການສະກົດຜິດ.

#ໄວຍາກອນ ມີເຄົ້າມາຈາກປາລີ-ສັນສະກິດວ່າ ວฺຍາກຣນ ແປວ່າ ລະບຽບຫຼັກການຂອງພາສາ.

ໃນວັດຈະນານຸກົມ ສະບັບສະຖາບັນຄົ້ນຄວ້າຯ2012:862 ອະທິບາຍວ່າ: ລະບຽບການພາຍໃນຂອງພາສາ ເຊິ່ງປະກອບຂຶ້ນດ້ວຍກົດເກນທີ່ສຳພັນກັນຢ່າງແໜ້ນ ໃຫ້ຜູ້ໃຊ້ຕ້ອງປະຕິບັດຕາມໃນເວລາໃຊ້ຕິດຕໍ່ສື່ສານ ດ້ວຍການເວົ້າ ຫຼື ຂຽນ ພາສາອັງກິດໃຊ້ຄຳວ່າ “Grammar”.

#ໄວຍາກອນລາວ ແບ່ງອອກເປັນ 4 ພາກ ຄື: ອັກຂະຫຼະວິທີ,​ ວະຈີວິພາກ, ວາກະຍະສຳພັນ ແລະສັນທະລັກສະນະ (ສັນທະກະວີ).

1. ອັກຂະຫຼະວິທີ ໝາຍເຖິງຫຼັກການກ່ຽວກັບອັກສອນ ເຊັ່ນ: ພະຍັນຊະນະ,​ ສະຫຼະ ແລະວັນນະຍຸດ.​ ການປະກອບ ພະຍັນຊະນະ,​ ສະຫຼະ ແລະວັນນະຍຸດ ໃຫ້ເປັນສຽງ ເອີ້ນວ່າ #ພະຍາງ,​ ສຽງຂອງພະຍາງທີ່ມີຄວາມໝາຍ ເອີ້ນວ່າ #ຄຳ.​

2. ວະຈີວິພາກ ໝາຍເຖິງຫຼັກການກ່ຽວກັບຄຳ ເຊັ່ນ: ຊະນິດຄຳ ແລະປະເພດຄຳ.

-ຊະນິດມີ 2 ຄື ຄຳເຄົ້າ ແລະຄຳປະສົມ.​ ຄຳເຄົ້່າມີ ເຄົ້າລາວເດີມ ແລະເຄົ້າມາຈາກພາສາອື່ນ.​ ຄຳປະສົມ ມີປະສົມລາວເດີມແລະລາວເດີມປະສົມກັບມາຈາກພາສາອື່ນ.​ ປະສົມລາວລາວເດີມມີ ຄຳປະສົມແບບຊ້ອນ-ປະສົມແບບຊໍ້າ.​ ຄຳປະສົມໃນພາສາປາລີ-ສັນສະກິດເອີ້ນວ່າ ສະໝາດ ແລະສົນທິ.​ ການສະກົດຄຳ ແລະ ຫລັກ​ການ​ຂອງ “ໄວ​ຍາ​ກອນ” ພາ​ສາ​ລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page