top of page
Search

ຫົວເຫວີຍ ພັດທະນາບຸຄະລາກອນດ້ານ ICT ໃຫ້ວິຊາການ ແລະ ນັກສຶກສາລາວ.

  • Writer: Superphil Phil
    Superphil Phil
  • Oct 26, 2020
  • 1 min read

ຫົວເຫວີຍ ພັດທະນາບຸຄະລາກອນດ້ານ ICT ໃຫ້ວິຊາການ ແລະ ນັກສຶກສາລາວ. ໃນພິ­ທີ​ລົງ​ນາມ ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ (MOU) ວ່າ​ດ້ວຍ​ໂຄງ­ການ​ເຝິກ­ອົບ­ຮົມ​ບຸ​ຄະ­ລາ​ກອນ​ດ້ານ ICT ໃຫ້​ວິ­ຊາ​ການ ແລະ ນັກ​ສຶກ​ສາ​ຂອງ​ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ລະ­ຫວ່າງ​ບໍ­ລິ­ສັດ​ຫົວ​ເຫວີຍ ເຕັກ​ໂນ​ໂລ​ຊີ (ລາວ) ຈຳ­ກັດ​ຜູ້​ດຽວ ແລະ ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ຈັດ​ຂຶ້ນ​ວັນ​ທີ 16 ຕຸ­ລາ 2020 ຢູ່​ສະ​ຖາ​ບັນ​ດັ່ງ­ກ່າວ ເຊິ່ງ​ລົງ​ນາມ​ໂດຍ​ທ່ານ ຫູ ເຫວີຍ​ຫົວ ປະ­ທານ​ບໍ­ລິ­ສັດ​ຫົວ​ເຫວີຍ ປະ­ຈຳ​ລາວ ແລະ ທ່ານ ສາຍ​ຝົນ ບຸດ​ຈັນ­ທະ​ລາດ ຫົວ­ໜ້າ​ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ໂດຍ​ມີ​ພະ­ນັກ­ງານ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ree
ພາບ: laoedaily.com.la

ການ​ລົງ​ນາມ MOU ຄັ້ງ​ນີ້ ບໍ­ລິ­ສັດ​ຫົວ​ເຫວີຍ ຈະ​ສືບ­ຕໍ່​ຄວາມ​ພະ­ຍາ­ຍາມ​ຢ່າງ​ຕໍ່​ເນື່ອງ ໃນ​ການ​ປູກ­ຝັງ​ຄວາມ​ຮູ້-ຄວາມ​ສາ­ມາດ​ດ້ານ ICT ໂດຍ​ການ​ຈັດ​ເຝິກ­ອົບ­ຮົມ​ຂອງ​ສະ​ຖາ​ບັນ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ເພື່ອ​ເປັນ​ການ​ສົ່ງ­ເສີມ​ການ​ແລກ­ປ່ຽນ​ເຕັກ​ໂນ​ໂລ​ຊີ ການ​ແບ່ງ­ປັນ​ປະ­ສົບ​ການ ແລະ ການ​ສົ່ງ­ເສີມ​ຄວາມ​ອາດ​ສາ­ມາດ​ໃນ​ບັນ­ດາ​ຜູ້​ຊ່ຽວ­ຊານ​ທີ່​ເຂົ້າ​ຮ່ວມ ຄວາມ​ພະ­ຍາ­ຍາມ​ດັ່ງ­ກ່າວ ຈະ​ສຸມ​ໃສ່​ການ​ຮ່ວມ​ມື​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ກາງ ເຊັ່ນ: ໂຄງ­ການ​ເຝິກ­ອົບ­ຮົມ ກອງ​ປະ­ຊຸມ ການ​ຮຽນ​ຮູ້​ທາງ​ເອ​ເລັກ​ໂຕຣ​ນິກ ແລະ ການ​ແລກ­ປ່ຽນ​ປະ­ສົບ​ການ ລະ­ຫວ່າງ​ນັກ​ສຶກ​ສາ ກັບ​ຜູ້​ຊ່ຽວ­ຊານ ແລະ ຍັງ​ມີ​ຫຼັກ­ສູດ​ເຝິກ​ທັກ​ສະ​ດິ​ຈີ​ຕອນ ທີ່​ຈະ​ຊ່ວຍ​ໃນ​ການ​ເຝິກ­ອົບ­ຮົມ​ພະ­ນັກ­ງານ ແລະ ວິ­ສະ­ວະ­ກອນ​ໃນ​ພື້ນ​ທີ່​ຈຳ­ນວນ​ຫຼາຍ ພາຍ​ໃຕ້​ຫົວ­ຂໍ້​ທີ່​ແຕກ​ຕ່າງ​ກັນ ໃນ​ທ່າ​ອ່ຽງ​ເຕັກ​ໂນ​ໂລ​ຊີ​ໃໝ່ ແລະ ຈະ​ມຸ່ງ​ເນັ້ນ​ໄປ​ທີ່​ຫົວ­ຂໍ້​ຕ່າງໆ​ຂອງ ICT ລວມ​ເຖິງ 5G cloud big data AI ແລະ ອື່ນໆ. ບຸກ​ຄະ​ລາ​ກອນ​ລາວຈະ​ໄດ້​ຮັບການ​ພັດ​ທະ​ນາ​​ໃນດ້ານICTໂດຍ ຫົວ​ເຫວີຍ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page