top of page
Search

ຫຼວງພະບາງຕ້ອງການງົບປະມານໃນການບູລະນະອາຄານ, ວັດ ທີ່ຂຶ້ນບັນຊີເປັນມໍລະດົກໂລກ.

  • Writer: Superphil Phil
    Superphil Phil
  • Sep 5, 2020
  • 1 min read

ຫຼວງພະບາງຕ້ອງການງົບປະມານໃນການບູລະນະອາຄານ, ວັດ ທີ່ຂຶ້ນບັນຊີເປັນມໍລະດົກໂລກ. ຕາມການລາຍງານຂອງເວັບໄຊ ວຽງຈັນທາຍ ໃຫ້ຮູ້ວ່າ: ຫ້ອງການມໍລະດົກໂລກນະຄອນຫລວງພະບາງ ແຈ້ງວ່າການຄຸ້ມຄອງມໍລະດົກໂລກຫລວງພະບາງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ໂດຍສະເພາະແມ່ນ ອາຄານ, ວັດທີ່ໂດດເດັ່ນ ແລະ ເຮືອນເກົ່າແກ່ຈຳນວນໜຶ່ງ ທີ່ໄດ້ຂຶ້ນບັນຊີເປັນມໍລະດົກໂລກໄດ້ເປ່ເພ ແລະ ຊຸດໂຊມ ຍ້ອນເຈົ້າຂອງເຮືອນ ແລະ ພາກສ່ວນທີ່ກ່ຽວຂ້ອງຂາດເຂີນງົບປະມານໃນການບູລະນະສ້ອມແປງ.

ພາບ: targetlaos.com

ນອກຈາກນີ້,​ ເຂດສະຫງວນ ທີ່ນອນໃນເຂດປ້ອງກັນມໍລະດົກບາງຈຸດຖືກບຸກລຸກ ແລະ ໜອງນໍ້າທີ່ຂຶ້ນບັນຊີມໍລະດົກໂລກ ຈໍານວນໜຶ່ງຂາດການບົວລະບັດຮັກສາເຮັດໃຫ້ໜອງຈໍານວນໜຶ່ງຖືກຖົມ ແລະ ຈຳນວນໜຶ່ງຖືກປະປ່ອຍ. ທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກ ນະຄອນຫຼວງພະບາງ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ທາງພາກສ່ວນທີ່ກ່ຽວຂ້ອງຈະຈັດກອງປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບການຈັດເກັບລາຍຮັບເຂົ້າໃສ່ກອງທຶນ ເພື່ອບູລະນະ ບັນດາອາຄານ, ວັດ ແລະ ເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກ. ນອກນັ້ນຈະສືບຕໍ່ສຶກສາອົບຮົມ ແລະ ໂຄສະນາ ກ່ຽວກັບວຽກງານມໍລະດົກໂລກໃຫ້ແກ່ປະຊາຊົນ, ພະສົງ ແລະ ພະແນກການອ້ອມຂ້າງແຂວງ, ຈະສືບຕໍ່ຄຸ້ມຄອງການປຸກສ້າງສ້ອມແປງ ໃຫ້ສອດຄ່ອງຕາມລະບຽບການ, ພ້ອມທັງສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງເຂດປ້ອງກັນ, ຂຶ້ນແຜນສໍາຫຼວດອອກແບບເພື່ອບູລະນະອາຄານທີ່ເກົ່າແກ່, ປັບປຸງເຂດສົດຊື່ນ, ທາງຍ່າງ, ທາງຮ່ອມ ແລະ ສວນສາທາລະນະ ຕາມແຜນພັດທະນາ ຂອງຫ້ອງການມໍລະດົກໂລກ. ເມືອງມໍລະດົກໂລກ ຍັງຕ້ອງການງົບໃນການບູລະນະຮັກສາ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Commenti


© 2023 by NOMAD ON THE ROAD. Proudly created with Wix.com

bottom of page