top of page
Search

​ຫຼວງພະບາງກະກຽມງານຮີດ​ຄອງບຸນອອກພັນສາ – ບຸນໄຫຼເຮືອໄຟ.

  • Writer: Superphil Phil
    Superphil Phil
  • Sep 20, 2020
  • 1 min read

ຫຼວງພະບາງກະກຽມງານຮີດ​ຄອງບຸນອອກພັນສາ – ບຸນໄຫຼເຮືອໄຟ. ໃນ​ບຸນອ​ອກ​ພັນ​ສາ​ທີ່​ໃກ້​ຈະ​ມາ​ເຖິງ​ນີ້, ເພື່ອເປັນການ​ສືບ​ສານ ແລະ ປົກປັກຮັກສາ​ວັດ​ທະ​ນະ​ທຳ, ເສີມຂະຫຍາຍມູນເຊື້ອວັດທະນະທຳ-ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະ ເພາະຂອງຊາວຫຼວງພະບາງ ໃນການນ້ອມລະນຶກເຖິງຄຸນຂອງພະພຸດ, ພະທຳ ແລະ ພະສົງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນແສງໄຟທີ່ໄຕ້ບູຊາ, ເຊິ່ງໄດ້ກາຍເປັນວັດທະນະທຳທີ່ໄດ້ສືບທອດກັນ​ມາ​ຫລາຍ​ຮຸ່ນ​ຄົນ.   ​ດັ່ງ​ນັ້ນ, ນະຄອນຫຼວງພະບາງໄດ້​ມີ​ການ​ກະ​ກຽມ​ໃນ​ງານບູນ​ຮີດ​ຄອງ​ປະ​ເພ​ນີ​ອອກ​ພັນ​ສາ​ນີ້​ເພື່ອ​ກຽມ​ຄວາມ​ພ້ອມ​ຕ່າງໆ, ແລະ ຄຽງ​ຄູ່​ໄປ​ກັບ​ການ​ກັບການກຽມຄວາມ​ພ້ອມ​ກັບ​ການ​ປ້ອງ​ກັນ​ການການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເຊິງ​ທາງ​ຄະ​ນະ​ເພີນໄດ້ວາງ​ແຜນຈັດ​ຕັ້ງ ແລະ ກຳນົດໃນການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນບຸນໄຫຼເຮືອໄຟ ໃລະຫວ່າງ ວັນທີ 1- 3 ຕຸລາ 2020 ເຊິ່ງມີລາຍລະອຽດດັ່ງນີ້:

ພາບ: insidelaos.com

    ແຕ່ລະວັດທີ່ຢູ່ພາຍໃນເທດສະບານນະຄອນ ຫຼວງພະບາງ ເລີ້ມໄຕ້ໂຄມໄຟ (ໂຄມດາວ, ໂຄມບັ້ງ ແລະ ອື່ນໆ ທີ່ໄດ້ດ້ວຍທຽນໄຂ) ໃຫ້ມີຄວາມເປັນສິຣິມຸງຄຸນ, ຮຸ່ງເຮືອງເຫຼືອງເຫຼື້ອມ, ສະຫວ່າງສະໄຫວ ໃນລະຫວ່າງວັນທີ 1–4 ຕຸລາ 2020. ມື້ອອກໃໝ່14-15 ຄໍ່າ ເດືອນ 11 ພສ 2563 ກົງກັບ ວັນທີ 1-2 ຕຸລາ(10) 2020. ມື້ບຸນນະມັດສະການພະທາດຈອມສີ.ປະຊາຊົນຊາວພຸດທະສາສະນິກະຊົນສາມາດໄປຮ່ວມສິນກິນທານໄດ້ທີ່ພະທາດຈອມສີພະທາດສັກສິດ ມິ່ງບ້ານມິ່ງເມືອງ ຂອງຊາວຫຼວງພະບາງຕອນຄ່ຳເລີ້ມແຕ່ເວລາ18:30 ເປັນຕົ້ນໄປ ເຊີນທ່ຽວຊົມຄວາມສວຍງາມແສງ, ສິຂອງການໄຕ້ປະທີບ(ໂຄມໄຟ) ມື້ແຮມ 1 ຄ່ຳ ເດືອນ 11 ພສ 2563 ກົງກັບວັນເສົາ ວັນທີ 3 ຕຸລາ 2020 ​ກຽມ​ຕົວໄປ​ທ່ຽວບຸນອອກພັນສາ – ບຸນໄຫຼເຮືອໄຟ ຫຼວງພະບາງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page