top of page
Search

ຫັນຈາກ​ຖາງ​ປ່າ​ເຮັດ​ໄຮ່ມາປູກຊາໝ້ຽງຂາຍ ເຮັດ​ໃຫ້​ເສດ​ຖະ​ກິດ​ດີ​ຂື້ນ.

  • Writer: Superphil Phil
    Superphil Phil
  • Oct 1, 2020
  • 1 min read

ຫັນຈາກ​ຖາງ​ປ່າ​ເຮັດ​ໄຮ່ມາປູກຊາໝ້ຽງຂາຍ ເຮັດ​ໃຫ້​ເສດ​ຖະ​ກິດ​ດີ​ຂື້ນ.

ຂໍ້​ມູນ​ຈາກ​ໜັງ​ສື​ພິມ​ວຽງ​ຈັນ​ໃໝ່​ໃຫ້​ຮູ້​ວ່າ: ຄອບ­ຄົວ​ຂອງ ລຸງ ບຸນ​ທ່ຽງ ມວນ​ມະ­ນີ ອາ­ຍຸ 54 ປີ ປະ­ຊາ­ຊົນ​ບ້ານ​ສະ​ແມດ​ໃຫຍ່ ເມືອງ​ໄຊ​ສະ­ຖານ ແຂວງ​ໄຊ​ຍະ​ບູ​ລີ ທີ່​ໄດ້​ຫັນ​ອາ­ຊີບ​ໃຫ້​ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ຫັນ​ຈາກ​ການ​ຜະ­ລິດ​ແບບ​ກະ​ແຈກ​ກະ­ຈາຍ ມາ­ສູ່ ການ​ຜະ­ລິດ​ແບບ​ເປັນ​ກຸ່ມ ດ້ວຍ​ການ​ປູກ​ຊາກ​ເປັນ​ອາ­ຊີບ​ຫຼັກ​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ໃນ​ຄອບ­ຄົວ​ນັບ​ມື້​ດີ​ຂຶ້ນ​ເປັນ​ກ້າວໆ.


ພາບ: vientianemai.net.

ລຸງ ບຸນ​ທ່ຽງ ກ່າວ​ວ່າ: ກ່ອນ​ປີ 2009 ຄອບ­ຄົວ​ຂອງ​ເພິ່ນ​ເອງ​ໄດ້​ຖື​ອາ­ຊີບ​ເຮັດ​ໄຮ່ ປູກ​ເຂົ້າ​ເລື່ອນ­ລອຍ ແລະ ຖື​ເອົາ​ການ​ປູກ​ຊາ​ເປັນ​ອາ­ຊີບ​ສຳ­ຮອງ ໃນ​ໄລ­ຍະ​ນັ້ນ​ພໍ​ຮອດ​ລະ­ດູ​ຜະ­ລິດ​ເຂົ້າ​ກໍ​ໄດ້​ພາ­ກັນ​ໄປ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ປະ­ມານ 2-3 ເຮັກ­ຕາ ປີ​ໃດ​ຟ້າ​ຝົນ​ອຳ­ນວຍ​ຜົນ​ຜະ­ລິດ​ກໍ​ໄດ້​ຫຼາຍ​ກຸ້ມ​ກິນ ປີ​ໃດ​ຟ້າ​ຝົນ​ບໍ່​ອຳ­ນວຍ​ສັດ­ຕູ​ພືດ​ທຳ­ລາຍ​ຜົນ​ຜະ­ລິດ​ກໍ​ຕ່ຳ ເຮັດ​ໃຫ້​ຂາດ​ເຂົ້າ​ກິນ​ເປັນ​ເວ­ລາ 2-3 ເດືອນ​ຕໍ່​ປີ ດັ່ງ ນັ້ນ ຈຶ່ງ​ເຂົ້າ​ປ່າ​ເພື່ອ​ຊອກ​ຫາ​ເຄື່ອງ​ປ່າ​ຂອງ​ດົງ​ຕາມ​ທຳ​ມະ​ຊາດ​ໄປ​ຂາຍ ແລ້ວ​ຊື້​ເຂົ້າ​ມາ​ກິນ ເພື່ອ​ລ້ຽງ​ຄອບ­ຄົວ ແຕ່​ຊີ­ວິດ​ຄອບ­ຄົວ​ເວ­ລາ​ນັ້ນ​ກໍ​ຍັງ​ຝືດ­ເຄືອງ ເຮືອນ​ຢູ່​ບໍ່​ຖາ­ວອນ ພາ­ຫະ­ນະ​ຮັບ​ໃຊ້​ກໍ​ບໍ່​ມີ ເວ­ລາ​ເຈັບ­ເປັນ​ກໍ​ບໍ່​ມີ​ເງິນ​ໄປ​ປິ່ນ­ປົວ.

ຮອດ​ທ້າຍ​ປີ 2009 ເມືອງ​ໄຊ​ສະ­ຖານ ໄດ້​ສ້າງ­ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ພັກ ແລະ ລັດ ໄດ້​ມີ​ນະ­ໂຍ­ບາຍ​ຈັດ​ສັນ​ອາ­ຊີບ​ຄົງ​ທີ່ ແລະ ໝັ້ນ​ທ່ຽງ​ໃຫ້​ກໍ່​ປະ­ຊາ­ຊົນ ຫັນ​ເອົາ​ການ​ປູກ ການ​ລ້ຽງ​ແບບ ທຳ​ມະ​ຊາດ​ກະ​ແຈກ​ກະ­ຈາຍ ຫັນ​ມາ​ລ້ຽງ​ແບບ​ເປັນ​ກຸ່ມ ຕິດ​ພັນ​ກັບ​ການ​ບໍ­ລິ­ການ​ດ້ານ​ເຕັກ­ນິກ ແລະ ສິນ​ເຊື່ອ​ທະ­ນາ­ຄານ ຍ້ອນ​ເຫັນ​ໄດ້​ແນວ​ນັ້ນ​ລຸງ​ຈຶ່ງ​ໄດ້​ປຶກ­ສາ​ຫາ­ລື​ກັບ​ຄອບ­ຄົວ ຈຶ່ງ​ຕົກ­ລົງ​ກັນ​ປ່ຽນ​ອາ­ຊີບ​ຈາກ​ການ​ເຮັດ​ໄຮ່​ປູກ​ເຂົ້າ​ແບບ​ເລື່ອນ­ລອຍ ມາ​ປູກ​ຊາ​ເປັນ​ອາ­ຊີບ​ຫຼັກ ເພາະ​ຊາ​ສະ​ແມດ​ໃຫຍ່​ເປັນ​ຊາ​ທີ່​ໄດ້​ມາດ­ຖານ ເປັນ​ທີ່​ຕ້ອງ­ການ​ຂອງ​ຜູ້​ບໍ­ລິ­ໂພກ ມີ​ຕະ­ຫຼາດ​ຮອງ​ຮັບ​ຈາກ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ປູກ​ເທົ່າ­ໃດ​ກໍ​ຍັງ​ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຂອງ​ສັງ­ຄົມ.

ປັດ­ຈຸ­ບັນ​ມີ​ເນື້ອ­ທີ່​ສວນ​ຊາ​ທັງ​ໝົດ 6 ເຮັກ­ຕາ ໂດຍ​ອາ​ໃສ​ແຮງ​ງານ​ພາຍ​ໃນ​ຄອບ​ຄົບ​ທຳ​ການ​ຜະ­ລິດ​ປີ​ໜຶ່ງ​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ຊາ​ໄດ້ 78 ລ້ານ​ກີບ ນອກ­ຈາກ​ການ​ປູກ​ຊາ​ແລ້ວ ຄອບ ຄົວ​ຂອງ​ເພິ່ນ​ຍັງ​ໄດ້​ລ້ຽງ­ສັດ ຫາ​ເຄື່ອງ​ປ່າ​ຂອງ​ດົງ ແລະ ຂາຍ ເຄື່ອງ​ຍ່ອຍ​ປີ​ໜຶ່ງ​ໄດ້ 20 ລ້ານ​ກີບ ສັງ​ລວມ​ແລ້ວ​ປີ​ໜຶ່ງ​ສາ­ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ໃນ​ຄອບ­ຄົວ​ໄດ້​ທັງ​ໝົດ 98 ລ້ານ​ກີບ ສະ­ເລ່ຍ​ໃສ່​ຫົວ​ຄົນ​ໜຶ່ງ​ພາຍ​ໃນ​ຄອບ­ຄົວ​ໄດ້ 12 ລ້ານ​ກວ່າ​ກີບ​ຕໍ່​ຄົນ​ຕໍ່​ປີ ຈາກ​ຜົນ​ທີ່​ໄດ້​ຮັບ​ຂ້າງ​ເທິງ​ນັ້ນ ທຽບ­ໃສ່​ເມື່ອ​ກ່ອນ​ເຮັດ​ໃຫ້​ຄອບ­ຄົວ​ຂອງ​ລຸງ​ດີ​ຂຶ້ນ​ຕາມ​ລຳ­ດັບ ສາ­ມາດ​ສ້າງ​ເຮືອນ​ຢູ່​ຖາ­ວອນ​ມີ​ເງິນ​ສົ່ງ​ລູກ​ຫຼານ​ຮຽນ​ຕໍ່ ມີ​ເງິນ​ແຮ​ໄວ້​ໃຊ້​ໃນ​ຍາມ​ຈຳ­ເປັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page