top of page
Search

ຫຼຸດດອກເບ້ຍເຫລືອ2% ສິນ​ເຊື່ອເພື່ອສົ່ງເສີມທຸລະກິດ SME.

  • Writer: Superphil Phil
    Superphil Phil
  • Oct 1, 2020
  • 1 min read

ຫຼຸດດອກເບ້ຍເຫລືອ2% ສິນ​ເຊື່ອເພື່ອສົ່ງເສີມທຸລະກິດ SME.

ຈາກ​ທີ່​ຜ່ານ​ມາກອງທຶນສົ່ງເສີມວິສາຫະ ກິດຂະໜາດນ້ອຍ ແລະ ກາງ ( ທສວ )ໄດ້​ໃຫ້​ທືນ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ​ສຳ​ລັບ SME, ແລະ ຍັງ​ບໍ່​ພໍ​ເທົ່າ​ນັ້ນ ທ​ສວ ໄດ້ຫຼຸດອັດຕາດອກເບ້ຍສິນເຊື່ອຂອງ ທສວ ທີ່ປ່ອຍຜ່ານທະນາຄານພັດທະນາລາວ ໃນ 71 ສັນຍາ ລົງ 2% ແລະ ໃຫ້ທະນາຄານຫຼຸດດອກເບ້ຍເງິນກູ້ທີ່ເກັບກັບ SME ລົງ 2% ເຊັ່ນກັນ ເປັນເວລາ 3 ເດືອນ ເລີ່ມແຕ່ເດືອນກັນຍາ ຫາ ພະຈິກ 2020

ທສວ ສ້າງຕັ້ງຂຶ້ນໃນປີ 2010 ຕາມດຳລັດສະບັບເລກທີ 123/ນຍ ລົງວັນທີ 03 ມີນາ 2020 ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕໍ່ມາໄດ້ຖືກປັບປຸງມາເປັນສະບັບເລກທີ 299/ລບ ລົງວັນທີ 04 ກັນຍາ 2020 ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ. ລັດຖະບານໄດ້ປະກອບທຶນໃຫ້ ທສວ ໃນເບື້ອງຕົ້ນ 16 ຕື້ກີບ ໃນປີ 2011 ແລະ ອີກ 16 ຕື້ກີບ ໃນປີ 2014 ທຶນດັ່ງກ່າວໄດ້ສະໜອງສິນເຊື່ອໃຫ້ວິສາຫະ ກິດຂະໜາດນ້ອຍ ແລະ ກາງ ( SME ) ຜ່ານທະນາຄານພັດທະນາລາວ ໃນປີ 2012 ຈໍານວນ 14 ຕື້ກີບ ແລະ ປີ 2015 ຈໍານວນ 16 ຕື້ກີບ. ຮອດປີ 2018 ທສວ ໄດ້ເພີ່ມທຶນໃຫ້ທະນາຄານພັດທະນາລາວ ຈໍານວນ 2 ຕື້ກີບ ລວມທັງໝົດເປັນ 32 ຕື້ກີບ.


ພາບ: laoedaily.com.la

ລວມຍອດການປ່ອຍກູ້ເລີ່ມແຕ່ເດືອນກັນຍາ 2012 ເຖິງເດືອນສິງຫາ 2020 ລວມມີ 260 ສັນຍາ, 155 ຫົວໜ່ວຍ ( ຜູ້ປະກອບກິດຈະການແມ່ຍິງ 131 ສັນຍາ, 84 ຫົວໜ່ວຍ ) ເປັນຈໍານວນເງິນ 79,01 ຕື້ກີບ.

ໃນນັ້ນ, ປະກອບມີຂະແໜງການຄ້າ 75 ສັນຍາ ຈໍານວນ 23,57 ຕື້ກີບ; ຂະແໜງກະສິກຳ 76 ສັນຍາ ຈໍານວນ 25,39 ຕື້ກີບ; ຂະແໜງບໍລິການ 67 ສັນຍາ ຈໍານວນ 18,79 ຕື້ກີບ; ຂະແໜງອຸດສາຫະກຳ 32 ສັນຍາ ຈໍານວນ 8,58 ຕື້ກີບ ແລະ ຂະແໜງຫັດຖະກຳ 10 ສັນຍາ ຈໍານວນ 1,93 ຕື້ກີບ; ທຸລະກິດ SME ທີ່ໄດ້ຮັບສິນເຊື່ອບ້ວງນີ້ແມ່ນນອນໃນແຂວງຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ. ໂອ 2%!!ດອກ​ເບ້ຍ​ຫລຸດ​ລົງ​ອີກ ທ​ສວ ເພື່ອ​ສົ່ງ​ເສີມ​ທຸ​ລະ​ກິດ SME

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page