top of page
Search

ສຳເລັດການສ້າງລະບົບຄຸ້ມຄອງພົນລະເມືອງແບບທັນ​ສະ​ໄໝ.

  • Writer: Superphil Phil
    Superphil Phil
  • Jun 19, 2020
  • 1 min read

ສຳເລັດການສ້າງລະບົບຄຸ້ມຄອງພົນລະເມືອງແບບທັນ​ສະ​ໄໝ. ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ​ລາວ​ພັດ​ທະ​ນາ​ໃຫ້​ຮູ້​ວ່າ ກະຊວງພາຍໃນ ຮ່ວມກັບບໍລະສັດ ສະຕຣາໂທລະຄົມ (ຢູນິເທວ) ຈັດກອງປະຊຸມ ກວດກາໜ້າວຽກຄັ້ງທີ III ສຳເລັດຮ້ອຍສ່ວນຮ້ອຍ (100%) ກ່ຽວກັບການພັດທະນາລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງເອເລັກໂຕຣນິກ (CMIS) , ຈັດຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ກະຊວງພາຍໃນ ນະຄອນຫລວງວຽງຈັນ ເພື່ອດຳເນີນການກວດກາໜ້າວຽກ ຮ້ອຍເປີເຊັນ (100%) ພ້ອມມອບຄືນໃຫ້ກະຊວງພາຍໃນເປັນຜູ້ຮັບຜິດຊອບ. ຮອງລັດຖະມົນຕີກະຊວງພາຍໃນໄດ້ມີຄຳເຫັນວ່າ: ວຽກງານຄຸ້ມຄອງພົນລະເມືອງ ແມ່ນວຽກງານຫນຶ່ງທີ່ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ເປັນບັນຫາສໍາຄັນ. ມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມສໍາລັບປີ 2016-2025 ກ່ຽວກັບພົນລະເມືອງໄວ້ວ່າ: ຮອດປີ 2030 “ສິດທິ ຂອງພົນລະເມືອງມີການຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ”, ເພື່ອບັນລຸວິໄສທັດຕາມທີ່ໄດ້ກໍານົດໄວ້ໃນຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025 ທີ່ວ່າ” ຮອດປີ 2030 ພົນລະເມືອງລາວທຸກຄົນຈະໄດ້ຊົມໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງຢ່າງທົ່ວເຖິງ ແລະ ມີປະສິດທິພາບ, ຊຶ່ງເປັນການເອື້ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງ.

ພາບ: laophattananews.com

ສະນັ້ນ, ກອງປະຊຸມກວດກາໜ້າວຽກຄັ້ງທີ III ຮ້ອຍສ່ວນຮ້ອຍ (100%) ກ່ຽວກັບການພັດທະນາລະບົບຖານຂໍ້ມູນຄຸ້ມຄອງ ພົນລະເມືອງເອເລັກໂຕຣນິກນີ້ ນອກຈາກຈະໄດ້ຮັບຟັງການລາຍງານກ່ຽວກັບການພັດທະນາລະບົບ ຈາກຫົວໜ້າກົມຄຸ້ມຄອງພົນລະເມືອງເຈົ້າຂອງໂຄງການ ແລະ ບໍລິສັດສະຕາໂທລະຄົມຜູ້ຮັບເໝົາໂຄງການ ແລ້ວ ຍັງມີພິທີມອບ-ຮັບໂຄງການດັ່ງກ່າວຄືນໃຫ້ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍໂຄງການໃຫ້ທົ່ວປະເທດ ໂດຍຈະມີການປະມູນເປີດກວ້າງໃຫ້ທຸກພາກສ່ວນ ມາປະມູນໃນໄລຍະຕໍ່ໄປ. ລາວສຳເລັດການສ້າງລະບົບຄຸ້ມຄອງພົນລະເມືອງແບບທັນ​ສະ​ໄໝ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page