ສຳມະນາ ແລະ ປະຖະກະຖາ ມີຄວາມໝາຍອັນດຽວກັນບໍ່?
- Superphil Phil
- Aug 30, 2020
- 1 min read
ສຳມະນາ ແລະ ປະຖະກະຖາ ມີຄວາມໝາຍອັນດຽວກັນບໍ່? ສຳມະນາ ແລະ ປະຖະກະຖາ ສອງຄຳນີ້ແມ່ນຄຳທີ່ເຮົາຄຸ້ນຫູ ແລະ ເກືອບວ່າໄດ້ຍິນຕະຫລອດໃນການເຮັດວຽກງານຕ່າງທີ່ເປັນກຸ່ມ ແລະ ແນນອນສອງຄຳນີ້ແມ່ນໃຊ້ໃນສະຖານນະການທີ່ຄ້າຍຄືກັນແຕ່ຄວາມໝາຍຂອງຄຳເຫລົ່ານີ້ໃນຈຸດປະສົງແທ້ແມ່ນໃຊ້ຄົນລະຄວາມໝາຍ, ເພື່ອຄວາມເຂົ້າໃຈເພີ່ມຕື່ມເຮົາຈະມາເວົ້າລາຍລະອຽດນຳກັນ.
ຄຳວ່າ ສໍາມະນາ. ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ: ການປະຊຸມ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຄວາມຮູ້ທາງດ້ານວິຊາການ ໂດຍມີຈຸດ ປະສົງ ແລະ ເປົ້າໝາຍອັນແນ່ນອນ, ຜົນຂອງການສໍາມະນາຖືວ່າເປັນພຽງຂໍ້ສະເໜີແນະ ຜູ້ເຂົ້າຮ່ວມທີ່ກ່ຽວຂ້ອງຈະນໍາໄປປະຕິບັດຕາມ ຫຼືບໍ່ປະຕິບັດກໍໄດ້. ຕົວຢ່າງ: ໃນທຸກໆເດືອນບໍລິສັດຈະຈັດການສໍາມະນາກ່ຽວກັບວິທີການເປັນຜູ້ນໍາດ້ານການຂາຍເຄື່ອງ ທາງອອນລາຍ. ຄຳວ່າ ປາຖະກະຖາ. ໃຊ້ເປັນຄໍາກໍາມະ ມີຄວາມໝາຍໝາຍວ່າ: ການບັນຍາຍ ເພື່ອເຜີຍແຜ່ຜົນຂອງກອງປະຊຸມ, ມະຕິຄໍາສັ່ງຕ່າງໆຂອງພັກ-ລັດ, ລວມເຖິງເລົ່າຫວນຄືນປະຫວັດສາທີ່ສໍາຄັນຂອງຊາດ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຟັງ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ໃນຊີວິດປະຈໍາວັນ ລວມເຖິງໃນການປະບັດໜ້າທີ່ວຽກງານ. ຕົວຢ່າງ: ໃນໂອກາດຊົມເຊີຍວັນຊາດທີ 2 ທັນວາ, ອົງການຈັດຕັ້ງຂອງລັດໄດ້ມີການປະຖະກະຖາ ກ່ຽວກັບວິລະກໍາການຕໍ່ສູ້ປົດປ່ອຍຊາດໃຫ້ແກ່ພະນັກງານໜຸ່ມນ້ອຍ. ສຳມະນາ ແລະ ປະຖະກະຖາ ຄວາມໝາຍບໍ່ຄືກັນ. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments