top of page
Search

ສຳ​ຫລວດຮ່ອງຮອຍວັດຖຸບູຮານ ເມືອງຫາດຊາຍຟອງ.

  • Writer: Superphil Phil
    Superphil Phil
  • Jun 30, 2020
  • 1 min read

ສຳ​ຫລວດຮ່ອງຮອຍວັດຖຸບູຮານ ເມືອງຫາດຊາຍຟອງ. ເມືອງ​ຫາດ​ຊ​າຍ​ຟອງ​ຖື​ວ່າ​ເປັນ​ເມືອງ​ໜື່ງ​ທີ່​ເກົ່າ​ແກ່ ແລະ ຕັ້ງ​ຢູ​ເຂດ​ແຄມ​ແມ່​ນ້ຳ​ຂອງ​ນີ້​ມາ​ດົນ​ຫລາຍ​ສັດ​ຕະ​ວັດ​ແລ້ວ ມີ​ວັດ​ຖະ​ນາ​ທຳ​ຮີດ​ຄອງ​ອັນ​ດີ​ງາມ​ມາ​ແຕ່​ໃດໆ​ແລ້ວ ສະ​ນັ້ນ​ຮ່ອງ​ຮອຍ​ວັດ​ຖຸ​ບູ​ຮານ​ຕ່າງໆ​ກໍ່​ຍັງ​ຄົງ​ມີ​ໃຫ້​ຄົນ​ລຸ້ນ​ໃໝ່​ໄດ້​ເຫັນ​ກັນ​ຢູ່ ແລະ ປະ​ຈຸ​ບັນ​ກໍ່​ຍັງ​ສາ​ມາດ​ໄປ​ເບິ່ງ​ໄດ້ ຫລື ສອບ​ຖາມ​ຜູ່​ເຖົ້າ​ຜູ່​ແກ່​ຕາມ​ບ້ານ​ຈະ​ໄດ້​ຮູ້​ທີ່​ໄປ​ທີ່​ມາ​ຂອງ​ມັນ ແລະ ເມືອງເກົ່າຊາຍຟອງແຫ່ງນີ້ແມ່ນໄດ້ຮັບອິດທິພົນຈາກຂອມໃນສະໄຫມກ່ອນ ປະມານໃນສັດຕະວັດທີ 12. ຜູ້ທີມັກຮັກທາງດ້ານວັດທະນະທັມ ໄດ້ພາກັນໄປເບິ່ງຊາກຂອງວັດຖຸບູຮານ ເຊັ່ນ : ພຣະທາຕຸ , ວັດ, ພຣະພຸດທະຮູບ ໄຫທີຖືກຂຸດພົບໃນເຮືອນປະຊາຊົນ ເມື່ອເດືອນມີນາ 2019 ເຊິ່ງໃນເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນນີ້ ເມື່ອກ່ອນເປັນເມືອງເກົ່າແກ່ແລະມີສິລະປະລັກສະນະທີສ້າງຂຶ້ນສະເພາະຕົນທີເປັນເອກະລັກ ເຊິ່ງບັນດາພຣະພຸດທະຮູບສະໄຫມນັ້ນເອິ້ນວ່າ ພຣະພຸດທະຮູບສະໄຫມເສດຖາປຸຣະແລະຊາຍຟອງ ທີໄດ້ຮັບອິດທິພົນຂອງຂອມແຜ່ເຂົ້າມາ ເຊິ່ງພຣະພຸດທະຮູບໃນສະໄຫມນີ້ ມັກສ້າງດວ້ຍຫິນ ແຕ່ວິວັດທະນາການມາຈາກສິລະປະສິໂຄດຕະບອງ ມີລັກສະນະຮູບແບບຄື :

ພາບ: Art and Culture of Laos

– ເກດມາລາ ( ຜົມ ) ເຫນືອນສີໂຄດຕະບອງ ແຕ່ປ່ຽນຮູບແບບເປັນຫຼາຍຢ່າງເຊັ່ນ : ຂອດເປັນກົ້ນຫອຍ, ຝາຊີຂວ້ຳ, ເປັນມຸງກຸດເທວະຮູບ, ເປັນດອກບົວກີບອ້ອມຮອບ. – ຍອດແປວພຣະເກສາເສັ້ນໃຫຍ່ ແຕ່ເສັ້ນພຣະເກສາເຮັດຄືກັບຄົນ ບາງເທື່ອກໍ່ເປັນຂົດຂະໝວດລະອຽດກໍ່ມີ ຫຍາບໆກໍ່ມີ. – ພຣະພັກກ້ວາງ. – ພຣະໂອດ ( ຮີບສົບ ) ເຕື່ອຍລົງແລະຄາງປ້ານ. – ຜ້າຈີວອນ ຖ້າເປັນພຣະປາງຢືນຈະເປັນຫົ່ມຄຸມ ຖ້າເປັນປາງນັ່ງ ຈະມີທັງຫົ່ມຄຸມແລະບ່ຽງບ່າ. – ຜ້າສັງຄາຕິຍາວຮອດພຣະນາພີ ( ສາຍບື ). – ຜ້າສະບົງຂ້າງເທີງບານເປັນສັນຄືກັນສາຍຮັດແອວ. – ພຣະກັນ ( ຫູ ) ໂດຍສ່ວນໃຫຍ່ຈະຍາວຢ່ອນລົງຮອດພຣະອັງສະ ( ບ່າ ) . – ຖ້າເປັນພຣະອົງຂະໜາດໃຫຍ່ຈະມີລັກສະນະພິເສດດັ່ງນີ້ : ເສັ້ນພຣະເກສາຈະຄືກັນກັບເສັ້ນຜົມຄົນ ແລະຈະຄ້າຍຄືຫນາມເປືອກຫມາກມີ້ ບາງຄັ້ງກໍ່ຄ້າຍຄືກັບຫອຍເບ້ຍ.. – ຖ້າເປັນພຣະຊົງເຄື່ອງຈະມີລັກສະນະພິເສດຄື : ມີສາຍຄໍ ມີປອກແຂນ ຜ້າພັນກາຍເປັນລວດລາຍແບບຂອມ. – ຮ່ອງບົວແທ່ນ ມີທັງບົວຂວ້ຳແລະບົວຫງາຍ ແລະມີແຕ່ບົວຫງາຍຢ່າງດຽວກໍ່ມີ ຫລືບົວຂວ້ຳກໍ່ມີພາຍຫລັງພຣະພຸດທະສາສະໜາແບບມະຫາຍານໄດ້ສູ້ຍັນກັບລັດທິລັງກາວົງ ສຸດທ້າຍລັດທິລັງກາວົງເປັນຝ່າຍຊະນະໃນຂະເໝນແລະແຜ່ມາມີອິດທິພົນຢູ່ລາວ ພຣະພຸດທະສາສະໜານິກາຍມະຫາຍານໃນລາວກໍ່ຫມົດໄປ. ຮ່ອງຮອຍວັດຖຸບູຮານ ເມືອງຫາດຊາຍຟອງ ນະ​ຄອນ​ຫລວງວັນ​ຈັ​ນ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page