ສາຍການບິນລາວ ຍັງຄົງປິດໃຫ້ບໍລິການໂດຍບໍ່ມີກຳນົດ
- Superphil Phil
- May 12, 2020
- 1 min read
Updated: May 13, 2020
ສາຍການບິນລາວທັງພາຍໃນ ແລະ ຕ່າງປະເທດຍັງຄົງປິດໃຫ້ບໍລິການໂດຍບໍ່ມີກຳນົດ
ຕາມການລາຍງານຂອງເວັດໄຊ muan.la ໃຫ້ຮູ້ວ່າ ການບິນລາວ ຢັ້ງຢືນເມື່ອອາທິດທີ່ຜ່ານມາວ່າ ໄດ້ຍົກເລີກແຜນທີ່ຈະເປີດການບິນພາຍໃນປະເທດໃນວັນທີ 8 ພຶດສະພາ ພ້ອມດຽວກັນເສັ້ນທາງລະຫວ່າງປະເທດກໍຍັງບໍ່ທັນມີກຳນົດເປີດໃຫ້ບໍລິການເຊັ່ນກັນ.

ພາບ: muan.la
ເຈົ້າໜ້າທີ່ສາຍການບິນກ່າວວ່າ ການຕັດສິນໃຈເລື່ອນການເປີດໃຫ້ບໍລິການອອກໄປອີກ ເປັນສ່ວນໜຶ່ງຂອງມາດຕະການໃນການຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້ ມີການລາຍງານເມື່ອວັນພະຫັດທີ່ຜ່່ານມາໃນກຸ່ມ Tourism Professionals in Laos ກ່າວວ່າ ແຫຼ່ງທ່ອງທ່ຽວພາຍໃນແຂວງຫຼວງພະບາງກໍຍັງຄົງບໍ່ທັນເປີດໃຫ້ບໍລິການຕໍ່ໄປ. ບົດລາຍງານກ່າວວ່າ ອຳນາດການປົກຄອງໄດ້ແນະນຳໃຫ້ແຫຼ່ງທ່ອງທ່ຽວທັງໝົດ ແລະ ບໍລິການທີ່ກ່ຽວຂ້ອງສືບຕໍ່ປິດການດຳເນີນການເພື່ອຫຼຸດຜ່ອນຄວາມສ່ຽງໃນການແພ່ລະບາດຂອງພະຍາດ. ແນວໃດກໍຕາມ, ໂຮງແຮມ, ເຮືອນພັກ ແລະ ຣີສອດ ລວມທັງຮ້ານອາຫານຕ່າງໆໃນຫຼວງພະບາງແມ່ນໄດ້ເປີດໃຫ້ບໍລິການແລ້ວ ອີງຕາມຂໍ້ມູນຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ແລະ ອື່ນໆ ທັງນີ້ ບັນດາຮ້ານອາຫານ ແລະ ໂຮງແຮມຕ່າງໆ ຕ້ອງປະຕິບັດມາກຕະການປ້ອງກັນຢ່າງເຂັ້ມງວດ ໂດຍການກວດກາອຸນຫະພູມຮ່າງກາຍຂອງພະນັກງານ ແລະ ລູກຄ້າ. ພະນັກງານທັງໝົດ ແລະ ລູກຄ້າຕ້ອງໃສ່ຜ້າອັດປາກ-ດັງ, ມີເຈວແອວກໍຮໍສຳລັບລ້າງມື ແລະ ອ່າງລ້າງມືໃຫ້ແກ່ແຂກທຸກຄົນ. ການບິນລາວທັງພາຍໃນ ແລະ ຕ່າງປະເທດປິດບໍລິການໂດຍບໍ່ມີກຳນົດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments