ສະເໜີ ແລະ ອະທີ່ບາຍ ຄຳວ່າ “ງາມ” ແລະ “ສວຍ”
- Superphil Phil
- Mar 31, 2020
- 1 min read
ເຟສບຸກຈາກ ເພຈ ພາສາລາວ ໄດ້ສະເໜີ ແລະ ອະທີ່ບາຍ ຄຳວ່າ “ງາມ” ແລະ “ສວຍ” ໄວ້ຢ່າງໜ້າສົນໃຈ ລວມທັງຄຳເຫັນຂອງຜູ້ໃຊ້ເຟສບຸກບາງທ່ານ, ເຊິງມີເນື້ອຫາດັ່ງລຸ່ມນີ້:
ໃນພາສາລາວເຮົາ ຄຳວ່າ “ສວຍ” ມັກຊ້ອນໄປກັບຄຳວ່າ “ງາມ” ເປັນ “ສວຍງາມ” ເຊັ່ນ ສ້າງນະຄອນຫຼວງວຽງຈັນ ໃຫ້ເປັນຕົວເມືອງສີຂຽວ ສະອາດ ແລະ ສວຍງາມ.
ຄົນລາວເຮົາຈະບໍ່ມັກໃຊ້ຄຳວ່າ “ສວຍ” ໂດດໆໃນປະໂຫຍກ ເຊັ່ນ “ນາງແສງເປັນຄົນສວຍ” (ຖ້າເວົ້າແນວນີ້ກໍຈະກາຍເປັນປະໂຫຍກທີ່ມີສຳນວນແບບພາສາໄທ) ເພາະໃນພາສາລາວ ຈະໃຊ້ຄຳວ່າ “ງາມ” ດັ່ງ “ນາງແສງເປັນຄົນງາມ”.
ສ່ວນຄຳວ່າ “ງາມ” ນັ້ນ ກໍມີຄວາມໝາຍວ່າ ຈົບ, ດີ, ເປັນຕາໜ້າຮັກ, ຄົນທີ່ມີລັກສະນະງາມ ໜ້າຮັກແລະບໍລິສຸດ ເອີ້ນວ່າ ຄົນງາມ. ຄົນລາວເຮົາມັກໃຊ້ຄຳນີ້ເປັນຄຳຕົ້ນຕໍ ເມື່ອພັນລະນາຂະຫຍາຍຄວາມບອກລັກສະນະຂອງຄົນ ສັດ ສິ່ງຂອງທີ່ຈົບດີ. ຕົວຢ່າງ: ຄົນງາມໝາຍເຖິງຄົນທີ່ມີຮູບຮ່າງຈົບງາມ ແລະຈິດໃຈດີນຳອີກ. ເຮືອນຫຼັງນີ້ເຖິງຈະນ້ອຍ ແຕ່ກໍງາມຫຼາຍ.
ຫຼາຍຄົນມັກຕັ້ງຄຳຖາມວ່າ ໃນພາສາລາວເຮົາເວົ້າວ່າ “ປະກວດນາງງາມ”, ແຕ່ເປັນຫຍັງໃນພາສາໄທ ບໍ່ເວົ້າວ່າ “ປະກວດນາງສວຍ”? ໃນກໍລະນີນີ້ ໄທກໍໃຊ້ຄຳວ່າ “ນາງງາມ” ເຊັ່ນດຽວກັນ. ເພາະໃນພາສາໄທກໍໃຊ້ທັງສອງຄຳນີ້ຄືກັນ ແຕ່ໃນການນຳໃຊ້ຕົວຈິງ ແຕ່ລະພາສາກໍມີຫຼັກການນຳໃຊ້ທີ່ແຕກຕ່າງກັນ.

ແລະໃນຄອມເມັນຕ່າງໆໃນເຟສນີ້ກໍ່ຍັງມີຫລາກຫລາຍຄຳເຫັນທີ່ຄ້າຍຄື ແລະ ແຕກຕ່າງກັນ, ແຕ່ກໍ່ເຫັນຄຳເຫັນໜື່ງທີ່ໜ້າສົນໃຈຫລາຍເຊິງລາວໄດ້ອອກຄວາມຄິດຄວາມເຫັນວ່າ
ຄົນລາວລຸ້ນໃໝ່ ຮຽນຕາມຫຼັກໄວຍະກອນທີ່ປັບປ່ຽນຫຼາຍຈົນເອກະລັກທາງພາສາເພຈຶ່ງເຮັດໃຫ້ລູກຫຼານໄຂວ່ເຂໃນດ້ານພາສາລາວຫຼາຍຂຶ້ນ ທີ່ປະກົດເຫັນໃນເຟສພາສາລາວອື່ນອີກ ເຫັນຖາມກັນແຕ່ຄວາມງ່າຍໆຍັງແຍກບໍ່ອອກ ແລະໃຊ້ກໍຖືກ.. ບັນຫາໜຶ່ງກໍແມ່ນ ລາວ-ໄທ ເປັນພາສາໃກ້ກັນທີ່ສຸດ ບາງຄໍາກໍໃຊ້ຮ່ວມກັນ ບາງຄໍາກໍແຍກທ່ອນໜ້າທ່ອນຫຼັງເອົາໃຊ້ກັນ ຕົວຢ່າງ: *ສວຍງາມ= ໄທໃຊ້ສວຍ ລາວໃຊ້ງາມ *ທອງຄໍາ=ໄທໃຊ້ທອງ ລາວໃຊ້ຄໍາ…ອື່ນໆອີກ ແຕ່ໃນພາສາຂຽນແລະໃນສໍານວນກະວີມັກໃຊ້ເຕັມທັງລາວແລະໄທ
ເຊິງເບິງໄປແລ້ວກໍ່ຄ້າຍໆຢູ່ໃນເຫດຜົນຂອງລາວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: fb #ປ່ອງຢ້ຽມພາສາລາວ
Comentarios