ສະເໜີອະທິບາຍຄຳ “ຊ + ໄ×-ໃ× + ວັນນະຍຸດ”
- Superphil Phil
- Mar 31, 2020
- 1 min read
ເພຈ ປ່ອງຢ້ຽມພາສາລາວ ໄດ້ສະເໜີ ແລະ ອະທີ່ບາຍຫົວຂໍ້ “ຊ + ໄ×-ໃ× + ວັນນະຍຸດ” ໄວ້ຢ່າງໜ້າສົນໃຈ, ເຊິງມີເນື້ອຫາດັ່ງລຸ່ມນີ້:
ຈະໄດ້ຮູບຄຳທັງໝົດຄື “ໄຊ-ໄຊ່-ໄຊ້, ໃຊ-ໃຊ່-ໃຊ້” ແລະຄຳທີ່ໄດ້ຈາກພາສາບາລີຈຳນວນໜຶ່ງ.
#ຄຳທີ່ມີຄວາມໝາຍ
1.ນ. ອຸປະກອນດັກປາ ຫຼື ໃສ່ເອົາປາ
2.ນ. ຫຍ້າຊະນິດໜຶ່ງເກີດຕາມແຄມບຶງ ແຄມໜອງ ຫຼື ແຄມຫ້ວຍ ໃບແຫຼມໆເອີ້ນ ຫຍ້າໄຊ.
ກ. ເຈາະ, ສັບ, ສອດ ເຊັ່ນ ແມງພູ່ໄຊກິນນໍ້າຫວານດອກໄມ້, ຕາໄຊຊອນສຽດສາວປະສົງຊູ້ (ສິນໄຊ).
ກ. ເມົາ ຫຼື ປ່ວງ ໃຊ້ກັບສັດ ເຊັ່ນ ເສືອໄຊ (ເສືອບ້າ), ຄວາຍໄຊ (ຄວາຍເມົາເລືອດ).
ກ. ປົວພະຍາດຂອງຄົນບູຮານເອີ້ນ ໄຊໝາກ, ໄຊພູ.
ນ. ຊື່ດາວທະມິດຖາ ເອີ້ນດາວໄຊ.
ນ. ຊື່ຕົວລະຄອນໃນວັນນະຄະດີບູຮານ ເອີ້ນວ່າ ສິນໄຊ.

#ໄຊ່ ນ. ຜັກຊະນິດໜຶ່ງ ຕະກຸນດຽວກັບຜັກຮະ ລົດຂົມໆ ເອີ້ນຜັກໄຊ່ ບາງທ້ອງຖິ່ນເອີ້ນ ຜັກໄຮ່
#ໄຊ້ ກ. ແທນຄືນ, ເອົາຄືນໃຫ້ ເຊັ່ນ ໄຊ້ໜີ້, ຊົດໄຊ້ ບູຮານເວົ້າວ່າ “ກິນບໍ່ໄຊ້ ເປັນໜີ້ເທົ້າຕາຍ” (ໃນວັດຈະນານຸກົມມະຫາສິລາຂຽນເປັນ “ໃຊ້ໜີ້”)
#ໃຊ່ ຄຸນນາມ ແປວ່າແມ່ນ, ຖືກ (ມິໃຊ່ = ບໍ່ແມ່ນ) ຄຳດຽວກັບພາສາໄທວ່າ “ใช่” ຄຳນີ້ຄົນຮຸ່ນໃໝ່ນຶກວ່າເປັນພາສາໄທ ແຕ່ຄວາມຈິງແລ້ວພາສາລາວກໍໃຊ້ ໂດຍສະເພາະໃນວັນນະຄະດີບູຮານປາກົດຫຼາຍ.
#ໃຊ້ ກ. ເອົາມາເຮັດໃຫ້ເປັນປະໂຫຍດ, ໃຫ້ເຮັດຕາງ ເຊັ່ນ ໃຊ້ໄປຊື້ເຄື່ອງ, ໃຊ້ສອຍ, ໃຊ້ສິດໃຊ້ສຽງ, ແມ່ໃຊ້ໃຫ້ໜຶ້ງເຂົ້າ, ເອົາເງິນມາໃຫ້ໃຊ້ແດ່ຈັກລ້ານຈັກໃດ, ໃຊ້ລົດໃຊ້ຖະໜົນ.
#ຄຳທີ່ບໍ່ມີຄວາມໝາຍ ໃຊ
#ຄຳທີ່ໄດ້ຈາກບາລີ
#ໄຊ ນ. ມີເຄົ້າຈາກ ເຊຍຍະ ແປງເປັນໄຊຍະ ແປວ່າ ຊະນະ, ຜາບແພ້ ມັກໃຊ້ກັບຄຳອື່ນໆທັງໜ້າແລະຫຼັງເຊັ່ນ ໄຊຍະບູລີ, ໄຊບູລີ, ໄຊຍະພູມ, ໄຊໂຍໂຮຮ້ອງ, ໄຊຍະມຸງຄຸນ, ໄຊສະຖານ, ໄຊເສດຖາ, ໄຊຍະເຊດຖາທິລາດ, ໄຊຍະຈັກ, ໄຊຍະໂຊກ; ມະຫາໄຊ, ສຸດທິໄຊ, ສະໜາມໄຊ, ສະຫວັນໄຊ, ພູໄຊ, ພອນໄຊ, ວຽງໄຊ, ທຸງໄຊ, ມີໄຊ…
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: fb #ປ່ອງຢ້ຽມພາສາລາວ
Comments