top of page
Search

ສະຫະປະຊາຊາດສົ່ງເສີມໃຫ້ໄວໜຸ່ມສ້າງຄວາມເຂັ້ມແຂງ.

  • Writer: Superphil Phil
    Superphil Phil
  • Aug 13, 2020
  • 1 min read

ສະຫະປະຊາຊາດສົ່ງເສີມໃຫ້ໄວໜຸ່ມສ້າງຄວາມເຂັ້ມແຂງ. ເພື່ອເພີ່ມໂອການໃຫ້ຊາວ​ໜຸ່ມມີໂອກາດໃນການສ້າງຕົວເອງໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວ ພ້ອມທັງພັດທະນາທຸລະກິດ ແລະ ສິ່ງໃໝ່ໆເກີດຂື້ນໃນສັງຄົມລາວ, ເຊິ່ງປະຈຸບັນຍັງມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ລົບ​ກວນ​ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ແລະ ຫຼາຍ​ຄົນ​ມີ​ຄວາມ​ສ່ຽງ​ໄດ້​ຮັບ​ຜົນ​ກະທົບ​ທາງ​ດ້ານ​ການ​ສຶກສາ, ການ​ວ່າ​ຈ້າງ​ງານ ແລະ ການ​ມີ​ສ່ວນ​ຮ່ວມໃນ ​ສັງ​ຄົມ. ອົງການ​ສະຫະ​ປະຊາຊາດ​ ເພື່ອ​ການ​ພັດທະນາ (UNDP) ໄດ້​ເປີດ​ໂຄງການໃໝ່​ໃນ​ການ​ສະໜັບສະໜູນ​ຊາວ​ໜຸ່ມ​ຢູ່​ໃນ ສປປ ລາວ “ໂຄງການ​ເສີມ​ຂະຫຍາຍ​ໂອກາດ​ທາງ​ດ້ານ​ສັງຄົມ ແລະ ເສດຖະກິດ​ໃຫ້​ກັບ​ຊາວ​ໜຸ່ມ​ໃນ ສປປ ລາວ” ເຊິງ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ຈາກ​ກອງ​ທຶນ​ປະເທດ​ຣັດເຊຍ ​ໃນ​ຈຳນວນ​ເງິນ 1,5 ລ້ານ​ໂດ​ລາ ໂດຍ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ງານ​ຫຼາຍ​ຝ່າຍ​ຄື: ກະຊວງ​ຖະແຫຼງ​ຂ່າວ​, ວັດທະນະທຳ ແລະ ທ່ອງ​ທ່ຽວ, ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ ແລະ ສະຫະພັນ​ແມ່ຍິງ​ລາວ.

ພາບ: ສຸກ​ສະຫວັນ

ຈຸດປະສົງ​ແມ່ນ ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ອຳນວຍ​ໃຫ້​ແກ່​ຊາວ​ໜຸ່ມ ຮູ້​ເຖິງ​ທ່າແຮງ​ຂອງ​ເຂົາເຈົ້າ ແລະ ປະຕິບັດ​ພາລະ​ບົດບາດ​ທີ່​ສຳຄັນ ແລະ ສຳເລັດ​ຜົນ​ທາງ​ເສດ​ຖະ​ກິດ​ -​ສັງຄົມ​ພາຍ​ໃຕ້​ກອບ​ນະໂຍ ບາຍຂອງ​ຊາວ​ໜຸ່ມ​ທົ່ວ​ປະເທດ, ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ຊາວ​ໜຸ່ມ ໃນ ສປປ ​ລາວ ທາງ​ດ້ານເສດ ຖະ​ກິດ ແລະ ສັງຄົມ ເນື່ອງ​ຈາກ​ວ່າ​ຊາວ​ໜຸ່ມ​ເປັນ​ຕົວ​ແທນ​ຂອງ​ການ​ປ່ຽນແປງ​ໂດຍ​ການ​ກຳນົດ ແລະ ປົກ​ປ້ອງ​ຄວາມ​ຕ້ອງການ, ຄວາມ​ສົນໃຈ​ຂອງ​ພວກ​ເຂົາ​ໂດຍ​ການ​ສ້າງ​ການ​ພັດທະນາ​ໃນ​ທາງ​ບວກ​ໃນ​ປະ​ເທດ. ບັນດາ​ແຂວງ​ເປົ້າ​ໝາຍ ທີ່​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ການ​ຊ່ວຍເຫຼືອ​ນີ້​ແມ່ນ ແຂວງ ຄຳ​ມ່ວນ ແລະ ຫົວພັນ, ຕົວ​ແບບ​ ສູນ​ຝຶກ​ວິ​ຊາ​ຊີບຊາວໜຸ່ມຈະ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ ໃນ​ແຂວງ ຄຳ​ມ່ວນ ໂດຍ​ສຸມ​ໃສ່​ຂະແໜງ​ກະສິກຳ ເພື່ອ​ສ້າງ​ຄວາມ​ເຂັ້ມ ແຂງດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊົນນະບົດ ແລະ ກະສິກຳ ໃຫ້​ກັບ​ຊາວ​ໜຸ່ມ​ທີ່​ຍັງ​ຂາດ​ໂອ​ກາດ. ເພີ່ມ​ໂອກາດ​ທາງ​ທຸລະ​ກິດ ແລະ ທັກ​ສະການ​ພັດທະນາ ທຸລະ​ກິດ​ຂະໜາດ​ນ້ອຍ (SME) ສຳລັບ​ນັກທຸລະກິດ​ຍິງ​ໜຸ່ມ ແຂວງ​ຫົວພັນ, ສ້າງ​ເວທີ​ທາງ​ສັງຄົມ ທີ່​ຈະ​ຖືກ​ສ້າງຕັ້ງ​ຂຶ້ນ​ໃນ​ສອງ​ແຂວງ​ນີ້ ເພື່ອ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊາວ​ໜຸ່ມ, ໂດຍ​ສຸມ​ໃສ່​ເປັນ​ພິເສດ​ຕໍ່​ປະຊາກອນ​ໃນ​ຊົນນະບົດ ແລະ ຊົນເຜົ່າໃນ ​ຂະບວນ​ການ​ຕັດສິນ​ໃຈ​ຕ່າງໆ​ໂດຍ​ຜ່ານ​ວິທະຍຸ​ຊຸມ​ຊົນ ທີ່ນຳ ພາ​ໂດຍ​ຊາວ​ໜຸ່ມ ແລະ ສິ່ງທ້າ ​ທາຍ​ດ້ານ​ນະ​ວັດຕະ​ກຳ ຂອງ ​ຊາວ​ໜຸ່ມທີ່​ຈະ​ໄດ້​ນຳ​ໃຊ້ຫ້ອງ ​ທົດ​ລອງ​ເພື່ອ​ເລັ່ງ​ການ​ພັດທະນາ ຂອງ​ອົງການສະຫະ​ປະຊາຊາດ​ເພື່ອ​ການ​ພັດທະນາ (UNDP). ໂຄງການສົ່ງເສີມດ້ານເສດຖະກິດ ແລະ ສັງຄົມໃຫ້ກັບຊາວໜຸ່ມ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page