top of page
Search

ສະຫລອງຄົບຮອບ 70 ປີ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ.

  • Writer: Superphil Phil
    Superphil Phil
  • Aug 16, 2020
  • 1 min read

ສະຫລອງຄົບຮອບ 70 ປີ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີໂຮມຊຸມນຸມເພື່ອສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ ໃນວັນທີ 14 ສິງຫາ 2020 ນີ້, ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານນາຍົກລັດຖະມົນຕີ, ພະນັກງານສື່ມວນຊົນ-ການພິມຈໍາໜ່າຍ ທັງພາກລັດ, ເອກະຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າພວມພ້ອມກັນຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ກໍຄືກອງປະຊຸມ 3 ຂັ້ນ ຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະໃນຂົງເຂດວຽກງານ ຖວທ ກໍພວມຂຸ້ນຂ້ຽວກະກຽມກອງປະຊຸມໃຫຍ່ ສະໄໝທີ V ຂອງອົງຄະນະພັກ ກະຊວງ ຖວທ ຊຶ່ງຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ພາບ: targetlaos.com

    ມື້ນີ້ ເປັນມື້ໜຶ່ງທີ່ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດທີ່ໜັກແໜ້ນ ເພື່ອພ້ອມກັນລະນຶກ 70 ປີ ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ທີ່ໄດ້ປະກອບສ່ວນໃນຂະບວນການປະຕິບັດພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ໃນແຕ່ລະໄລຍະ ນັບແຕ່ວັນທີ 13 ສິງຫາ 1950 ຈົນເຖິງປັດຈຸບັນ ກໍຄືໄລຍະສ້າງສາ ແລະ ພັດທະນາປະເທດຊາດ.  ໃນໂອກາດດຽວກັນ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖວທ ກໍໄດ້ຂຶ້ນລາຍງານຕໍ່ພິທີໂຮມຊຸມນຸມ ໂດຍ ທ່ານ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ຕະຫລອດໄລຍະ 70 ປີຜ່ານມາ ຊຶ່ງໄດ້ມີຫລາຍຜົນງານອັນພົ້ນເດັ່ນໃນການປະກອບສ່ວນໃນພາລະກິດຕໍ່ສູ້ ປົດປ່ອຍຊາດ; ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໄລຍະໃໝ່ ສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຍັງສາມາດຮັກສາບົດບາດການເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ, ເປັນຜູ້ແນະນໍາ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງ ໃຫ້ແກ່ເປົ້າໝາຍຂອງຕົນ, ທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານ ໃນພາກພື້ນ ແລະ ສາກົນ. ຄົບຮອບ 70 ປີ ຈັດພິທີວັນສື່ມວນຊົນ ແລະ ການພິມຈໍາໜ່າຍ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page