top of page
Search

ສະຖານທີທ່ອງທ່ຽວປ່າສະຫງວນນ້ຳກ່ານ ທຳມະຊາດທີ່ໜ້າທ່ຽວຊົມ

  • Writer: Superphil Phil
    Superphil Phil
  • Aug 30, 2020
  • 1 min read

Updated: Oct 27, 2020

ສະຖານທີທ່ອງທ່ຽວປ່າສະຫງວນນ້ຳກ່ານ ທຳມະຊາດທີ່ໜ້າທ່ຽວຊົມ. ແຂວງບໍ່ແກ້ວນັບວ່າເປັນແຂວງໜຶ່ງທີ່ຍັງຄົງຮັກສາປ່າທຳມະຊາດໄວ້ໄດ້ໂດຍສະເພາະແມ່ນປ່າສະຫງວນແຫ່ງຊາດນ້ຳກ່ານ ມີທີ່ຕັ້ງຢູ່ ບ້ານຕູບ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ຫ່າງຈາກເທດສະບານ ແຂວງ 85 ກິໂລແມັດ, ມີເນື້ອທີ່ 136,000 ເຮັກຕາ.ເລີມແຕ່ ເດືອນກັນຍາ 2008 ປ່າສະຫງວນແຫ່ງຊາດນ້ຳກ່ານ ໄດ້ຖືກປະກາດເປັນ ປ່າສະຫງວນແຫ່ງຊາດ ແຫ່ງທີ່ 21 ເປັນທາງການຂອງ ສປປ ລາວ. ເຂດປ່າສະຫງວນດັ່ງກ່າວ ກໍ່ໄດ້ ເປັນປ່າທີ່ໄດ້ຮັບ ການຢ້ຽມຢາມຫຼາຍທີ່ສຸດ ໃນການສົ່ງເສີມການ ນຳໃຊ້ສິ່ງອຳນວຍຄວາມສະດວກ. ຄູ່ຮ່ວມງານກາກບອນ ປ່າໄມ້ (FCPF, Forets Carbon Partnership Facility) ແລະ ແຜນງານ REDD+ (ການຫຼຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ ຈາກການຕັດໄມ້ທຳລາຍປ່າ ແລະ ການເຮັດໃຫ້ປ່າເຊື່ອມໂຊມ, Reducing Emissions from Deforestation and Forest Degradation)

ພາບ: news.com.la

ໃນປີ 2010 ຊີວະນາໆພັນຂອງໂລກ, ບໍລິສັດອານຸລັກຊີວະນາໆພັນ ເອນີໂມ ໄດ້ບັນລຸຜົນສຳເລັດ ດ້ານການປົກປັກຮັກສາປ່າໄມ້, ການທ່ອງທ່ຽວການປູກຕົ້ນໄມ້ ແລະ ການສະໜັບສະໜູນ ການຫັນກະສິກຳຈາກການເຮັດໄຮ່ ມາເປັນການເຮັດນາຄົງທີ່ ເພຶ່ອຮັບປະກັນລະດັບ ການປົກປັກຮັກສາ ແລະ ສ້າງມູນຄ່າ ໃຫ້ແກ່ ປ່າສະຫງວນໃຫ້ນັບມື້ນັບດີຂຶ້ນ. ການພັດທະນາໂຄງການ Gibbon Experience ໃນ ປ່າສະຫງວນແຫ່ງຊາດນ້ຳກ່ານ ເຊິ່ງວັດຖຸປະສົງຕົ້ນຕໍ ແມ່ນ ເພື່ອປົກປັກຮັກສາປ່າໄມ້ດ້ວຍ ການພັດທະນາ ການທ່ອງທ່ຽວແບບທຳມະຊາດ ເພື່ອສາມາດຊ່ວຍປະກອບທຶນສ່ວນໜຶ່ງ ໃຫ້ແກ່ ການປົກປັກຮັກສາ ຊີວະນາໆພັນ ໃຫ້ຜົນປະໂຫຍດແກ່ ແຂວງບໍ່ແກ້ວ ໃນປະຈຸບັນດ້ວຍຫຼາຍຮູບແບບ ໃນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ ໂຄງການໄດ້ສ້າງວຽກງານ ດ້ານການທ່ອງທ່ຽວ ໃຫ້ແກ່ປະຊາຊົນເຂດຊົນນະບົດ ໂດຍຈິດວິນຍານ ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ. ໃນເມື່ອກ່ອນ ເມືອງຫ້ວຍຊາຍທີ່ພຽງແຕ່ເປັນດ່ານຊາຍແດນ ໄດ້ກາຍມາເປັນປາຍທາງການທ່ອງ ທ່ຽວ. ການສ້າງວຽກເຮັດງານທຳ ໃນຂະແໜງການທ່ອງທ່ຽວທຳມະຊາດ ແລະ ເພື່ອປົກປັກຮັກສາປ່າໄມ້ ເພື່ອຫຼຸດຜ່ອນ ການຖາງໄຮ່ ແລະ ຈູດປ່າ. ປ່າສະຫງວນນ້ຳກ່ານ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ງົດງາມ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page