top of page
Search

ສະ​ຖານ​ທີ່​ພັກ​ຜ່ອນ ທ່າ​ຝ​ຣັ່ງ​ວັງ​ສີ​ຄາມ​ງົດ​ງາມ​ສົມ​ຄຳ​ສາ​ລື

  • Writer: Superphil Phil
    Superphil Phil
  • May 19, 2020
  • 1 min read

ສະ​ຖານ​ທີ່​ພັກ​ຜ່ອນ ທ່າ​ຝ​ຣັ່ງ​ວັງ​ສີ​ຄາມ​ງົດ​ງາມ​ສົມ​ຄຳ​ສາ​ລື “ທ່າຝຣັ່ງ” ແມ່ນເອີ້ນຕາມຊາວ ບ້ານມາແຕ່ສະໄໝຝຣັ່ງມາ ປົກຄອງລາວເພາະວັງນໍ້າ ແຫ່ງນີ້ພວກຝຣັ່ງມັກພາຄອບຄົວໄປຜັກຜ່ອນ ແລະ ອາບນໍ້າ ໃນບໍລິເວນນີ້ , ມັນເປັນວັງນໍ້າ ເລິກ, ບາງບ່ອນກໍມີກ້ອນຫີນ ພົ້ນຈາກໜ້ານໍ້າທີ່ມີສີຟ້ານັ້ນມາໃຫ້ພວກເຮົາໄດ້ເຫັນ .

ພາບ: ​mahason.com

ທ່າຝຣັ່ງ ໄດ້ກາຍເປັນສະຖານທີ່ສໍາລັບພັກຜ່ອນຢ່ອນໃຈ ແລະ ສ້າງກິດຈະກໍາຕ່າງໆ ເຊັ່ນ: ກິນເຂົ້າປ່າ, ລອຍຫຼິ້ນນໍ້າ ຂອງປະຊາຊົນຊາວ ເມືອງ ທ່າແຂກໂດຍສະເພາະ ແມ່ນມື້ພັກເສົາ – ອາທິດ ແລະ ງານເທສະການ ຕ່າງໆເຊັ່ນ: ບຸນປີໃໝ່ ລາວ ແລະ ອື່ນໆ ເຊິງ​ມີ​ຄວາມ​ສວຍ​ງາມ​ວິວ​ທຳ​ມະ​ຊາດ​ທີ່​ໜ້າ​ປະ​ປັບ​ໃຈ​ຫລາຍ. “ທ່າຝຣັ່ງ” ເປັນສະຖານທີ່ທ່ອງທ່ຽວແບບອະນຸລັກຕັ້ງຢູ່ ບ້ານທອກ, ເມືອງທ່າແຂກ, ແຂວງຄຳມ່ວນ, ຫ່າງຈາກເທດສະບານແຂວງ ຄຳມ່ວນ ພຽງ 10 ກິໂລແມັດຕາມເສັ້ນທາງເລກທີ່ 12A. ເຊິ່ງໄດ້ເປີດໃຫ້ບໍລິການເຂົ້າທ່ຽວຊົມໃນທ້າຍປີ 2018, ຍ້ອນເປັນສາຍນ້ຳທີ່ໄຫຼຜ່ານຮ່ອມພູຫີນປູນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ໄດ້ແກ່: “ຂຸນໂດນ” ຈຶ່ງເຮັດໃຫ້ນໍ້າມີຄວາມເຢັນ ແລະມີສີຟ້າເປັນສາຍນ້ຳທີ່ຍາວ 20 ກວ່າກິໂລແມັດ ພ້ອມທັງມີຜາຫີນຕັ້ງຄູ່ຂະໜານກັນທັງສອງຟາກຝັ່ງຕັ້ງແຕ່ຈຸດຕົ້ນນ້ຳຈົນສຸດສາຍ, ເຊິ່ງຖືວ່າເປັນມົນສະເໜ່ພິເສດ, ເຮັດໃຫ້ ທ່າຝຣັ່ງ ແຫ່ງນີ້ສາມາດດຶງດູດຄວາມສົນໃຈນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມແບບບໍ່ຂາດສາຍ. ທ່າ​ຝ​ຣັ່ງ​ວັງ​ສີ​ຄາມ​ ສະຖານທີ່ພັກຜ່ອນຢ່ອນໃຈ ແລະ ສ້າງກິດຈະກໍາຕ່າງໆ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page