ສະຖານທີ່ບູຮານທີ່ຍັງມີຢູ່ໃນນະຄອນຫລວງວຽງຈັນ.
- Superphil Phil
- Apr 15, 2020
- 1 min read
ກ່ຳແພງເມືອງວຽງຈັນບູຮານ ທີ່ຍັງມີຢູ່ໃນນະຄອນຫລວງວຽງຈັນ
ກຳແພງເມືອງວຽງຈັນບູຮານ ເປັນສະຖານທີ່ປະຫວັດສາດສຳຄັນຂອງວຽງຈັນ, ເຊິງສະຖານທີ່ດັ່ງກ່າວເປີດ ໃຫ້ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ເຊິ່ງທຸກຄົນສາມາດເຂົ້າໄປເບິ່ງໄປຊົມ ແລະ ສຶກສາຫາຂໍ້ມູນໄດ້ໂດຍບໍ່ເສຍຄ່າໃດໆ.
ພາບ: laophattananews.com
ກຳແພງເມືອງວຽງຈັນບູຮານ ຕັ້ງຢູ່ສີ່ແຍກໄຟແດງຫຼັກ 10 ບ້ານໜອງໄຮ ເມືອງ ຫາດຊາຍຟອງນະຄອນຫຼວງວຽງຈັນ ຕາມປະຫວັດທີ່ຂຽນ ໄວ້ໃນຫໍວາງສະແດງວ່າ ເປັນກຳແພງດ້ານນອກຂອງ ເມືອງ ຊັ້ນທີ 3 ສ້າງຂຶ້ນໃນລະຫວ່າງປີ ຄ.ສ 1770-1829 ເຊິ່ງເປັນສະໄໝຂອງເຈົ້າສຸລິຍະບຸນຍະສານ ແລະ ເຈົ້າອະນຸວົງ, ໂດຍມີຈຸດປະສົງເພື່ອປ້ອງກັນຂ້າເສິກໃນສະໄໝທີ່ເປັນຫົວລ້ຽວຫົວຕໍ່ລະຫວ່າງລາວກັບສະຫຍາມ.
ທ່ານ ແສງແພງ ພັນທະວົງ ຜູ້ອຳນວຍການແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ໃຫ້ສຳພາດວ່າ ສະຖານທີ່ປະຫວັດສາດສຳຄັນແຫ່ງນີ້ ແມ່ນໄດ້ເຂົ້າມາບົວລະບັດ ຮັກສວາ, ພັດທະນາ ແລະ ປັບປຸງມາ 10 ກວ່າປີແລ້ວ ໂດຍໃຊ້ທຶນສ່ວນຕົວໃນການພັດ ທະນາ. ເນື່ອງໃນໂອກາດປີ ທ່ອງທ່ຽວລາວ 2018 ຜ່ານ ມານີ້ ໄດ້ເປີດເທສະການທ່ອງທ່ຽວ ເຊິ່ງໄດ້ຮັບຜົນ ຕອບ ຮັບເປັນຢ່າງດີ ທັງນີ້ກໍ ເພາະວ່າສະຖານທີ່ດັ່ງກ່າວ ເປັນປະຫວັດສາດສຳຄັນ ຂອງຊາດ ແລະ ຄາດວ່າໃນ ປີທ່ອງທ່ຽວລາວ-ຈີນ 2019ນີ້ຈະມີການ ປະສານງານ, ຮ່ວມມືກັບທາງພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງ ແລະ ບັນດາບໍລິສັດທ່ອງທ່ຽວ ຕ່າງໆ ເພື່ອເປີດການ ບໍລິການໃຫ້ນັກທ່ອງທ່ຽວເຂົ້າມາຊົມມີບັນຍາກາດຟົ້ນຟື້ນ ຂຶ້ນກວ່າເກົ່າໃນທຸກໆ ວັນເສົາ- ອາທິດ ກໍຈະມີກິດຈະກຳຕ່າງໆເພື່ອໃຫ້ຜູ້ມາທ່ຽວໄດ້ສຳຜັດກັບບັນຍາກາດ ຢ້ອນຍຸກສົມກັບແຫຼ່ງທ່ອງ ທ່ຽວທາງປະຫວັດສາດເປັນຕົ້ນແມ່ນການສະແດງສິລະປະ, ງານຕະຫຼາດນັດອາຫານ, ສິນຄ້າໂອດັອບ, ເຄື່ອງ ຫັດຖະກຳຕ່າງໆ ແລະ ຍັງຈະ ເປີດເປັນສູນຮຽນຮູ້ທາງ ດ້ານສິລະປະວັດທະນະທຳ ບູຮານ ໃຫ້ນັກຮຽນນັກສຶກ ສາໄດ້ເຂົ້າໃຈຮູ້ຈາລຶກມູນ ເຊື້ອອັນດີງາມຂອງບັນພະບຸລຸດລາວອີກດ້ວຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments