ສປປ ລາວ ສາມາດຄວບຄຸມເຊື້ອພະຍາດໂຄວິດ-19 ໄດ້ແລ້ວ.
- Superphil Phil
- Jun 11, 2020
- 1 min read
ສປປ ລາວ ສາມາດຄວບຄຸມເຊື້ອພະຍາດໂຄວິດ-19 ໄດ້ແລ້ວ. ພາຍຫຼັງ ສປປ ລາວ ມີຜູ້ຕິດເຊື້ອຄົນທຳອິດໃນວັນທີ 24 ມີນາ 2020, ມາເຖິງວັນທີ 29 ມີນາ ລັດຖະບານລາວໄດ້ອອກມາດຕະການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ທັນທີຂຶ້ນ, ໂດຍມາດຕະການດັ່ງກ່າວໄດ້ຫ້າມ ແລະ ໃຫ້ປິດກິດຈະການ, ກິດຈະກຳຕ່າງໆໃນທົ່ວປະເທດເປັນເວລາຊົ່ວຄາວ, ນັບທັງປິດໂຮງຮຽນ, ປິດສາຍການບິນ, ການຄົມມະນາຄົມ, ການເຂົ້າອອກ ສປປ ລາວອີກດ້ວຍ. ຫຼັງຈາກນັ້ນ ຈຶ່ງໄດ້ປົດລ໊ອກເປັນແຕ່ລະໄລຍະໆ ອີງຕາມສະຖານະການແຜ່ລະບາດຂອງເຊື້ອໄວຣັດ.
ຍ້ອນຫຍັງ ສປປ ລາວ ພວກເຮົາຈຶ່ງສາມາດຄວບຄຸມພະຍາດໂຄວິດ -19 ໄດ້? ກ່ອນອື່ນໝົດບໍ່ມີໃຜປະຕິເສດວ່າແມ່ນຍ້ອນມີແນວທາງທີ່ຖືກຕ້ອງ ແລະ ທັນການຂອງພັກ-ລັດຖະບານ, ຄະນະສະເພາະກິດເພື່ອຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ ແລະ ຖັນແຖວພະນັກງານແພດໝໍ ຊຶ່ງເປັນກອງລະວັງໜ້າໃນບັ້ນຮົບຕ້ານສັດຕູໂຄວິດ ຢ່າງຂະຫຍັນຂັນແຂງ ຄໍ່າບໍ່ໄດ້ຢືນ ຄືນບໍ່ໄດ້ຢູ່ ແລະ ມີຄວາມສ່ຽງສູງຕໍ່ການຕິດເຊື້ອກວ່າໃຜໃນສັງຄົມ ແລະ ອັນທີ່ສຳຄັນໄປກວ່ານັ້ນ ກໍແມ່ນການຮ່ວມໄມ້ຮ່ວມມື, ເປັນເຈົ້າການຈັດຕັ້ງປະຕິບັດມາດຕະການທີ່ຈຳເປັນຂອງລັດຖະບານວາງອອກຂອງພາກປະຊາຊົນ ແລະ ສັງຄົມທົ່ວໄປ. ຂ່າວດີ!!! ສປປ ລາວ ບໍ່ມີຜູ່ຕິດເຊື້ອຍພະຍາດໂຄວິດ-19 ແລ້ວ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments