top of page
Search

ສປປ ລາວ ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ໃນວັນທີ 15 ກໍລະກົດ 2020

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ລາວ ທົບທວນເປົ້າໝາຍການພັດທະນາແບບຍືນຍົງ ຄົບຮອບ 3 ປີ.

ລາຍ​ງານ​ຈາກ targetlaos.com ໃຫ້​ຮູ້​ວ່າ ສປປ ລາວ ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ໃນວັນທີ 15 ກໍລະກົດ 2020ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຢູ່ ສປປ ລາວ.

ພາບ: targetlaos.com

    ໃນ​ກອງ​ປະ​ຊ​ຸມ​ຄັ້ງ​ນີ້ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ.

ໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການຈັດ ຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງວົງຄະນາຍາດສາກົນ ເພື່ອພ້ອມກັນສູ້ຊົນແກ້ໄຂບັນຫາ ທີ່ເປັນສິ່ງທ້າທາຍອັນສຳຄັນຂອງໂລກໃນປັດຈຸບັນ, ເຊິ່ງປະກອບຢູ່ໃນ 17 ເປົ້າໝາຍ. ພິເສດສໍາລັບ ສປປ ລາວ ແມ່ນໄດ້ມີອີກໜຶ່ງເປົ້າໝາຍແຫ່ງຊາດນັ້ນ ກໍຄື ເປົ້າໝາຍທີ 18 ຊີວິດປອດໄພຈາກລະເບີດບໍ່ທັນແຕກ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສະຫລຸບຕີລາຄາຄືນ ແລະ ສັງລວມບັນດາຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ ປພຍ ຕະຫລອດໄລຍະ 3 ປີ ຜ່ານມາ (2017-2020) ນັບຕັ້ງແຕ່ກອງປະຊຸມຄັ້ງປະຖົມມະລຶກ ໃນປີ 2017. ໂດຍສະເພາະ ໃນທ່າມກາງທີ່ສະພາບການຂອງໂລກ ມີຄວາມສັບສົນ ແລະ ມີສິ່ງທ້າທາຍອັນໃຫຍ່ຫລວງ, ເປັນຕົ້ນແມ່ນ ຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ເຊິ່ງສົ່ງຜົນກະທົບອັນໃຫຍ່ຫລວງໃຫ້ແກ່ເສດຖະກິດ-ສັງຄົມ ຂອງປະເທດຕ່າງໆ ໂດຍສະເພາະປະເທດກຳລັງພັດທະນາ. ສະນັ້ນກອງປະຊຸມຄັ້ງນີ້, ຈຶ່ງມີຄວາມສໍາຄັນສໍາລັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະຈຸດປະສານງານ ປພຍ ແຕ່ລະກະຊວງ ເພື່ອຮ່ວມກັນຖອດຖອນບົດຮຽນ, ແລກປ່ຽນປະສົບການ, ຕີລາຄາຈຸດດີ, ຈຸດອ່ອນ ແລະ ຍົກໃຫ້ເຫັນບັນດາສິ່ງທ້າທາຍ ໃນສະພາບການດັ່ງກ່າວ ແລະ ພ້ອມກັນກຳນົດທິດທາງ ແລະ ມາດຕະການ ໃນການແກ້ໄຂບັນດາສິ່ງທ້າທາຍ ເພື່ອໃຫ້ບັນລຸ ປພຍ ຕາມຄຳຂວັນທີ່ວ່າ “ພວກເຮົາພ້ອມກັນກ້າວໄປ”. ສ​ປ​ປ ລາວ ທົບ​ທວນ​ເປົ້າໝາຍການພັດທະນາແບບຍືນຍົງ ໃນຮອບ 3 ປີ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page