ສປ ຈີນ ສົ່ງຄະນະແພດ 11 ທ່ານ ມາຊ່ວຍລາວໃນວັນທີ 29 ມີນານີ້
- Superphil Phil
- Mar 30, 2020
- 1 min read
ສປ ຈີນ ສົ່ງຄະນະແພດ 11 ທ່ານ ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ມາຊ່ວຍ ສປປ ລາວ ໃນວັນທີ 29 ມີນານີ້ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19,
ໂທລະສານທາງລັດຖະການດັ່ງກ່າວໄດ້ຖືກສົ່ງເຖິງກະຊວງການຕ່າງປະເທດ ໂດຍມີເນື້ອໃນລະບຸວ່າ:
“ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ ຂໍຖືເປັນກຽດຮຽນລາຍງານມາຍັງກະຊວງ (ກົມ ອປອ ) ຊາບວ່າ: ຜ່ານການປະສານສົມທົບກັນ ລະຫວ່າງ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ ແລະ ຫ້ອງການຕ່າງປະເທດແຂວງຢູນນານ ກ່ຽວກັບການກະກຽມຈັດສົ່ງທິມງານແພດໝໍ ແລະ ອຸປະກອນການແພດໄປຊ່ວຍເຫຼືອລາວ ໃນການຕ້ານການລະບາດຂອງ ໂຄວິດ-19.
ເວລາປະມານ 13:30 ໂມງ ຂອງວັນທີ 27 ມີນາ ພາກສ່ວນກ່ຽວຂ້ອງຂອງແຂວງຢຸນນານໄດ້ຕົກລົງຈັດສົ່ງທີມງານແພດໝໍຈໍານວນ 11 ທ່ານ ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງໄປຊ່ວຍລາວ ຕ້ານການລະບາດຂອງໂຄວິດ-19, ເຊິ່ງຈະເດີນທາງໄປລາວ ໃນວັນທີ 29 ມີນາ 2020 ດ້ວຍຖ້ຽວບິນ QV816(10:50-11:15) ຂອງສາຍການບິນລາວ.

ໃນໂອກາດນີ້, ສະຖານກົງສູນ ໃຫຍ່ ໄດ້ປະສານສົມທົບກັບສາຂາການບິນລາວ ທີ່ນະຄອນຄຸນມິງ ເພື່ອອໍານວຍຄວາມສະດວກໃຫ້ແກ່ຄະນະດັ່ງກ່າວ ພ້ອມທັງຈະເຂົ້າຮ່ວມພິທີສົ່ງຄະນະດັ່ງກ່າວໄປລາວ ຢູ່ສະໜາມບິນສາກົນຊາງສຸຍໃນຕອນເຊົ້າຂອງວັນທີ 29 ມີນາ 2020, ເພື່ອສະແດງຄວາມຂອບໃຈ ແລະ ອວຍພອນໄຊ ແກ່ຄະນະດັ່ງກ່າວຢ່າງສົມກຽດ.
ໄລຍະຜ່ານມາ, ກົງສູນໃຫຍ່ທີ່ຄຸນມິງບໍ່ໄດ້ລາຍງານຄວາມຄືໜ້າຂອງການກະກຽມການຊ່ວຍເຫຼືອດັ່ງກ່າວໃຫ້ກະຊວງຊາບເປັນໄລຍະ ເນື່ອງຈາກຄະນະສະເພາະກິດ ຂອງຝ່າຍລາວ ໄດ້ປະສານໂດຍກົງຫາຝ່າຍຈີນໂດຍຜ່ານສະຖານທູດຈີນປະຈໍາລາວ.
ສຳລັບລາຍລະອຽດ ຫ້ອງການຕ່າງປະເທດແຂວງຢຸນນານ ຈະສົ່ງໜັງສືທາງການເຖິງສະຖານທູດຈີນປະຈໍາລາວ ເພື່ອແຈ້ງກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ຊາບຕື່ມຕາມພາຍຫຼັງ.
ພ້ອມນັ້ນ, ສະຖານກົງສູນຂໍລາຍງານໃຫ້ກະຊວງຊາບຕື່ມວ່າ ຫຼາຍໆປະເທດທີ່ຈີນສົ່ງທິມງານແພດໝໍ ແລະ ອຸປະກອນການແພດໄປຊ່ວຍແມ່ນໄດ້ຮັບການຕ້ອນຮັບຢ່າງສົມກຽດຢູ່ສະໜາມບິນ, ບາງປະເທດ ນາຍົກ ຫລື ປະທານາທິບໍດີ ເປັນຜູ້ອອກຮັບທີ່ສະໜາມບິນ.
ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງກະຊວງ ເພື່ອແຈ້ງພາກສ່ວນກ່ຽວຂ້ອງອໍານວຍຄວາມສະດວກ ແລະ ອອກຕ້ອນຮັບຄະນະດັ່ງກ່າວຢູ່ສະໜາມບິນຢ່າງສົມກຽດຕາມທາງຄວນດ້ວຍ. ”

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: muan.sanook.com
Commenti