top of page
Search

ສ້າງຄວາມເຂົ້າໃຈການເຂົ້າຫາແຫຼ່ງທຶນໃນການສົ່ງເສີມ ເອັສເອັມອີ.

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

ສ້າງຄວາມເຂົ້າໃຈການເຂົ້າຫາແຫຼ່ງທຶນໃນການສົ່ງເສີມ ເອັສເອັມອີ.

ກະຊວງອຸດສາຫະກຳ ແລະ ການຄ້າ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມທາງອອນລາຍ ຮ່ວມກັບຄະນະກຳມະການສົ່ງເສີມ SME 17 ໃນຫົວຂໍ້ “ ວຽກງານສົ່ງເສີມ SME ແລະ ການເຂົ້າຫາແຫຼ່ງທຶນຂອງ SME ” ຂຶ້ນເພື່ອສ້າງຄວາມເຂົ້າໃຈໃນການເຂົ້າຫາແຫລ່ງທືນ ແລະ ເພື່ອຊ່ວຍໃນການສະໜັບສະໜູນການດໍາເນີນທຸລະກິດໃຫ້ກ້າວໄປໄດ້.  ກອງປະຊຸມໄດ້ຈັດຂຶ້ນວັນທີ 24 ກັນຍາ 2020 ທີ່ກະຊວງ ອຄ, ພາຍໃນກອງປະຊຸມ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ໄດ້ກ່າວວ່າ: ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ – ສັງຄົມ ຍ້ອນວິສາຫະກິດປະເພດນີ້ ກວມເອົາ 99,8% ຂອງຫົວໜ່ວຍພື້ນຖານເສດຖະກິດຂອງ ສປປ ລາວ ເມື່ອເຫັນໄດ້ຄວາມສໍາຄັນດັ່ງກ່າວ ລັດຖະບານຈຶ່ງໄດ້ອອກດໍາລັດວ່າດ້ວຍການສົ່ງເສີມ ແລະ ພັດທະນາ SME ນັບແຕ່ປີ 2004 ແລະ ໄດ້ຍົກດໍາລັດມາເປັນກົດໝາຍວ່າດ້ວຍການສົ່ງເສີມ SME ໃນປີ 2011.


https://doodido.com/
ພາບ: laoedaily.com.la

    ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນກົດໝາຍ SME ໃຫ້ເປັນຮູບປະທໍາ ກະຊວງ ອຄ ກໍຄືກົມສົ່ງເສີມ SME ຈຶ່ງໄດ້ສ້າງແຜນພັດທະນາ SME 5 ປີ ອອກມາເປັນ 3 ໄລຍະ ຄື: ໄລຍະທີ 1 ປີ 2006 – 2010 ປະກອບມີ 6 ຂົງເຂດວຽກງານຈຸດສຸມ; ໄລຍະທີ 2 ປີ 2011 – 2015 ແລະ ໄລຍະທີ 3 ປີ 2016 – 2020 ປະກອບມີ 7 ຂົງເຂດນະໂຍບາຍ ແລະ 13 ມາດຕະການ.

ນອກຈາກແຜນພັດທະນາ SME ແຫ່ງຊາດ ທີ່ກ່າວມານັ້ນເກືອບທຸກແຂວງໃນຂອບເຂດທົ່ວປະເທດ ກໍໄດ້ສ້າງແຜນພັດທະນາ SME ສະເພາະຂອງຕົນ ເພື່ອໃຫ້ແທດເໝາະກັບສະພາບຂອງທ້ອງຖິ່ນຕົນ ພ້ອມທັງສ້າງຕັ້ງຄະນະກໍາມະການຊີ້ນໍາການຈັດຕັ້ງປະຕິບັດຜັນຂະຫຍາຍແຜນພັດທະນາ SME ຂອງແຂວງຂຶ້ນ ເຊິ່ງສາມາດຕີລາຄາໄດ້ວ່າ ການນໍາຂອງແຂວງໄດ້ມີຄວາມຕັ້ງໃຈ, ເອົາໃຈໃສ່ຊຸກຍູ້ວຽກງານສົ່ງເສີມ SME ຂອງແຂວງໃຫ້ເປັນຮູບປະທໍາ. ເຂົ້າໃຈວຽກງານສົ່ງເສີມ ເອັສເອັມອີ ແລະ ການເຂົ້າຫາແຫຼ່ງທຶນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page