top of page
Search

ສ້າງ​ສື່ການຮຽນ-ການສອນຜ່ານໂທລະພາບ ແລະສື່ອອນລາຍ

  • Writer: Superphil Phil
    Superphil Phil
  • Apr 6, 2020
  • 1 min read

ກະຊວງສຶກສາທິການ ແລະ ກີລາ ຜະລິດສື່ການຮຽນ-ການສອນ ເຜີຍແຜ່ຜ່ານໂທລະພາບ ແລະສື່ອອນລາຍ

ອີງ​ຕາມ​ຄຳ​ສັ່ງ ແລະ ນະ​ໂຍ​ບາຍ ຂອງ​ທ່ານ​ນາຍ​ຍົກ​ລັດ​ຖະ​ມົນ​ຕີ, ໃຫ້​ທຸກ​ຂະ​ແໜ່ງ​ການ​ຕ່າງໆ ທັງ​ພາກ​ລັດ ແລະ ເອ​ກະ​ຊົນ, ໂຮງ​ຮຽນທຸກ​ແຫ່ງ​ຕ້ອງ​ໄດ້​ພັກ ແລະ ຫາກ ມີ​ເງືອນ​ໄຂ ສາ​ມາ​ຮຽນ​ຜ່ານ​ສື່ ອອນ​ລາຍ​ໄດ້ກໍ່​ໃຫ້​ພາ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ.

ດັ່ງ​ນັ້ນ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ຈັດຕັ້ງປະຕິບັດຜະລິດສື່ການຮຽນການສອນອອນລາຍ ໄລຍະພັກຮຽນ ເພື່ອປ້ອງກັນ, ສະກັດກັ້ນການແຜ່ລະບາດພະຍາດ ໂຄວິດ-19, ເຊິ່ງເລີ່ມຖ່າຍທໍາແຕ່ວັນທີ 23 ມີນາ -21 ເມສາ 2020 (ພັກ 12-20 ເມສາ 2020).

ສໍາລັບສື່ການຮຽນການສອນທີ່ຜະລິດໃນຄັ້ງນີ້, ປະກອບມີ ວິຊາຄະນິດສາດ, ພາສາລາວ ຊັ້ນ ປ.1 ແລະ ຜະລິດ ສື່ວິຊາພາສາລາວ, ຄະນິດສາດ, ພາສາອັງກິດ ຊັ້ນ ປ.3, ປ.4, ແລະ ປ.5 ຜ່ານລາຍການໂທລະພາບສຶກສາກີລາ


ນອກຈາກນີ້, ຍັງຈະມີການອັບໂຫຼດລົງສື່ອອນລາຍ ເຊັ່ນເຟສບຸກເພຈ Edu-sport TV online ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page