ສປປ ລາວ ພົບຜູ້ຕິດເຊື້ອທັງໝົດ 16 ຄົນແລ້ວ
- Superphil Phil
- Apr 9, 2020
- 1 min read
ສປປ ລາວຫລ້າສຸດຜົນກວດພົບຜູ້ຕິດເຊື້ອເພີ່ມຂື້ນ 1 ຄົນ ລວມເປັນ 16 ຄົນ.
ໃນວັນທີ່ 9 ເມສາ 2020ນີ້, ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ COVID-19 ໄດ້ຖະແຫລ່ງການເຖິງສະພາບການຂອງ ພະຍາດອັກເສບປອດ COVID-19 ມາຮອດປະຈຸບັນນີ້, ຜົນກວດຂອງວັນທີ 8 ເມສາ 2020 ພົບຜູ້ຕິດເຊື້ອ 1 ຄົນ ລວມເປັນທັງໝົດ 16 ຄົນ ຢູ່ ສປປ ລາວ

ພາບ: pasaxon.org.la
ປະຫວັດການສຳພັດກັບພະຍາດ ຂອງຜູ້ຕິດເຊື້ອຄົນທີ 16 ມີດັ່ງນີ້:
ວັນທີ 26 ມີນາ ແມ່ນໄດ້ມີການຊຸມແຊວກັບ ກໍລະນີທີ 10 (ພະນັກງານ DHL), ວັນທີ 27 ມີນາ ໄດ້ຮູ້ຂ່າວວ່າ ກໍລະນີທີ 10 (ພະນັກງານ DHL) ຕິດພະຍາດ ລາວຈິ່ງຈຳກັດບໍລິເວນໂຕເອງຢູ້ຫ້ອງພັກ, ບໍ່ໄດ້ອອກໄປ ທາງໃດ ຈົນຮອດວັນທີ 6 ເມສາ, ວັນທີ 7 ເມສາ ເລີ່ມຮູ້ສຶກເຈັບຫົວ, ຖືຄີງໄຂ້, ລີ້ນຊາ, ດັງບໍ່ໄດ້ກິ່ນ, ມີຂີ້ກະເທີ ແລະ ຫາຍໃຈຝືດ ແຕ່ຍັງບໍ່ກວດ, ວັນທີ 8 ເມສາ, ອາການລີ້ນຊາຫຼາຍຂຶ້ນ, ດັງບໍ່ມີກິ່ນ, ຫາຍໃຈແສບດັງ, ໄຂ້ ແລະ ມີອາການຫາຍໃຈຝືດ, ຜູ້ກ່ຽວໂທປຶກສາແພດ, ລົດນຳສົ່ງຄົນເຈັບໄດ້ຮັບໄປໂຮງໝໍ ມິດຕະພາບ ພ້ອມເກັບຕົວຢ່າງ ແລະ ກວດພົບວ່າຕິດເຊື້ອ, ມີຜູ້ສຳພັດໃກ້ຊິດກັັບຜູ້ກ່ຽວ 9 ຄົນ, ເຊິ່ງໄດ້ມີເບີໂທລະສັບຕິດຕໍ່ ແລະ ໄດ້ແນະນຳ ຈຳກັດບໍລິເວນຕົນເອງແລ້ວ.
– ຈຳນວນຜູ້ສໍາຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ ຮອດວັນທີ 8 ເມສາ 2020 ມີ ທັງໝົດ 292 ຄົນ . ໝົດກໍານົດຕິດຕາມທັງໝົດ 217 ຄົນ. ໃນວັນທີ 8 ເມສາ 2020 ຍັງສືບຕໍ່ຕິດຕາມທັງໝົດ 84 ຄົນ.
ກໍລະນີຕິດເຊື້ອພະຍາດຄົນທີ 16, ເພດຍິງ ອາຍຸ 23 ປີ, ນັກສຶກສາຢູ່ວິທະຍາໄລລັດຕະນະ, ບ້ານໜອງດ້ວງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ສປປ ລາວ ພົບຜູ້ຕິດເຊື້ອເພີ່ມຂື້ນ 1 ຄົນ ລວມເປັນ 16 ຄົນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments