top of page
Search

ສ ປ ປ ລາວ ກຽມເລັ່ງສຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ ໃຫ້​ກັບ​ມາຄຶກ​ຄື້ນຄືນ​ອີກ​ຄັ້ງ.

  • Writer: Superphil Phil
    Superphil Phil
  • Jul 4, 2020
  • 1 min read

ກຽມ​ສ້າງ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ພາຍ​ໃນຫລັງ​ໂຄວີດ 19.

ເພື່ອແນໃສ່ຟື້ນຟູການທ່ອງທ່ຽວພາຍຫລັງການລະບາດຂອງພະຍາດໂຄວິດ-19, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເລັ່ງຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ກຽມຈັດບັນດາກິດຈະກໍາຢູ່ແຕ່ລະທ້ອງຖິ່ນຕາມເງື່ອນໄຂ ແລະ ຄວາມເໝາະສົມ ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ໃຫ້​ກັບ​ມາຄຶກ​ຄື້ນຄືນ​ອີກ​ຄັ້ງ.

ທ່ານ ຮອງລັດຖະມົນຕີກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ​ໃຫ້​ຮູ້ວ່າ: ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວໃຫ້ຄ່ອຍກັບຄືນສູ່ສະພາບປົກກະຕິ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຊຸກຍູ້ພາກທຸລະກິດຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລາກຫລາຍ ເພື່ອແນໃສ່ສົ່ງເສີມ “ລາວທ່ຽວລາວ”.

ພາບ: www.travelfooddrink.com

ໂດຍແນະ​ນຳ​ນະ​ໂຍ​ບາຍສ່ວນຫລຸດຫລາຍຮູບແບບ ເປັນຕົ້ນສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວສ້າງກິດຈະກໍາການທ່ອງທ່ຽວທີ່ຕິດພັນກັບວັດທະນະທໍາ, ຮີດຄອງປະເພນີຂອງທ້ອງຖິ່ນ, ວິຖີຊີວິດຂອງທ້ອງຖິ່ນ, ຫັດຖະກໍາທ້ອງຖິ່ນ, ອາຫານທ້ອງຖິ່ນ ແລະ ການທ່ຽວຊົມທໍາມະຊາດ. ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ໃນນີ້ເນັ້ນໃສ່ດ້ານມາດຕະການດ້ານຄວາມປອດໄພ, ວິທີການຮັກສາສຸຂະອະນາໄມ, ການກະກຽມການປ້ອງກັນຕົນເອງກ່ອນການເດີນທາງ, ກ່ຽວກັບບັນຫາດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ ຜູ້ໃຫ້ບໍລິການຂອງພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວ ພ້ອມສົ່ງເສີມຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນຂອງລາວ ເພື່ອໃຫ້ຄົນລາວອອກເດີນທາງທ່ອງທ່ຽວພາຍໃນ “ລາວທ່ຽວລາວ”.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page