top of page
Search

ສ​ປ​ປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ລວມ 11 ຄົນ

  • Writer: Superphil Phil
    Superphil Phil
  • Apr 6, 2020
  • 1 min read

ສ​ປ​ປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 1 ຄົນ, ລວມທັງ​ໝົດ​ເປັນ 11 ຄົນ​ແລ້ວ

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກ ເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19, ໄດ້ຖະແຫຼງໃນວັນທີ 5 ເມສານີ້ ທ່ານໄດ້ກ່າວວ່າ: ມາຮອດວັນທີ 4 ເມສານີ້ ໄດ້ພົບຜູ້ຕິດເຊື້ອເປັນຜູ້ທີ 11 ຊຶ່ງເປັນຊາວຕ່າງປະເທດ ທີ່ເຮັດວຽກ ຢູ່ ສປປ ລາວ, ເຮັດໃຫ້ຍອດລວມສະສົມ ຜູ້ຕິດເຊື້ອທັງໝົດ ໃນປະເທດເພີ່ມຂຶ້ນເປັນ 11 ກໍລະນີ. ນັບ​ແຕ່​ເດືອນ​ມັງ​ກອນ ມາ​ຮອດ ວັນ​ທີ 4 ເມ​ສາ 2020 ໄດ້​ເກັບ​ຕົວ​ຢ່າງ​ມາ​ກວດ​ທັງ​ໝົດ 604 ຄົນ, ກວດ​ພົບ ຜູ້​ຕິດ​ເຊື້ອ 11 ຄົນ. ໃນ​ນັ້ນ ຄົນ​ລາວ 10 ຄົນ ແລະ ຄົນ​ຕ່າງ​ປະ​ເທດ 1 ຄົນ.

ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 4 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ. ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 4 ເມສາ 2020, ໄດ້ມີກໍລະນີສົງໃສ ແລະ ເກັບຕົວຢ່າງມາກວດ 31 ຄົນ. ໃນນັ້ນ ນະຄອນຫຼວງຽງຈັນ 14 ຄົນ (ຄົນລາວ 13 ແລະ ຄົນປາປົວນິວກີເນ 1 ຄົນ); (ຜ່ານດ່ານລາວ-ໄທ 1 ຄົນ, ກໍລະນີຍັງຖືກຕິດຕາມຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ 4 ຄົນ ບໍ່ພົບເຊື້ອ, ກໍລະນີສົງໃສທົ່ວໄປ 9 ຄົນ). ຕ່າງແຂວງ 17 ຄົນເປັນຕົ້ນ: ແຂວງອຸດົມໄຊ 3 ຄົນ (3 ກໍລະນີສົງໄສທົ່ວໄປ) ຈໍາປາສັກ 2 ຄົນ, ໃນນັ້ນ ມີ 1 ກໍລະນີສົງໄສທົ່ວໄປ, 1 ແມ່ນແຮງງານລາວກັບມາແຕ່ໄທ ໄຊຍະບູລີ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ຫຼວງນໍ້າທາ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ສາລະວັນ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ສະຫວັນນະເຂດ 1 ຄົນ (1 ກໍລະນີ ແມ່ນແຮງງານລາວກັບມາແຕ່ໄທ) ບໍ່ແກ້ວ 1 ຄົນ (1 ກໍລະນີ ແມ່ນແຮງງານລາວກັບມາແຕ່ໄທ) ຫົວພັນ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ຫຼວງພະບາງ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ແຂວງ ເຊກອງ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ອັດຕະປື 1 ຄົນ (1 ກໍລະນີສົງໄສທົ່ວໄປ)

ຕົວຢ່າງທີ່ເກັບທັງໝົດ 31 ຄົນ, ຜົນກວດພົບຜູ້ຕິດເຊື້ອ 1 ຄົນ ຊຶ່ງແມ່ນກໍລະນີນໍາເຂົ້າ:ເປັນພະນັກງານບໍລິສັດພູເບ້ຍ ເພດຊາຍອາຍຸ 55 ປີ, ສັນຊາດປາປົວນິວກີເນ ທີ່ເດີນທາງຈາກປາປົວນິວກີເນ ໂດຍຜ່ານສິງກະໂປ ແລະ ຜ່ານປະເທດໄທ ເຂົ້າມາ ສປປ ລາວ ໃນວັນທີ 23 ມີນາ ໂດຍພັກຢູ່ໂຮງແຮມ ຄຣາວພາຊາ, ຈາກນັ້ນ ວັນທີ 25 ມີນາ ກໍເດີນທາງໄປພູເບ້ຍ ບ່ອນທີ່ຜູ້ກ່ຽວເຮັດວຽກ ຊຶ່ງມີຜູ້ຮ່ວມເດີນທາງ 11 ຄົນ ແລະ ພົວພັນກັບບ່ອນເຮັດວຽກປະມານ 100 ຄົນ. ສ​ປ​ປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ລວມ 11 ຄົນ

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Opmerkingen


© 2023 by NOMAD ON THE ROAD. Proudly created with Wix.com

bottom of page