top of page
Search

ສືບຕໍ່ນະໂຍບາຍ ຜ່ອນຜັນ 4-17 ພຶດສະພາ 2020! ປ້ອງກັນ ໂຄວິດ-19

  • Writer: Superphil Phil
    Superphil Phil
  • May 4, 2020
  • 1 min read

ໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜື່ງ

ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ 

ພາບ: allinlaos.com

ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້: 1.ອະນຸຍາດໃຫ້ສໍານັກງານອົງການຂອງພັກ-ລັດ, ສຳນັກງານຂອງບໍລິສັດ ເປີດດໍາເນີນການ ໂດຍ ໃຫ້ພະນັກງານລັດຖະກອນໝູນວຽນມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ, ຖ້າຫາກສໍານັກງານອົງການໃດມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ;

2.ອະນຸຍາດໃຫ້ປະຊາຊົນ, ພະນັກງານ,ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດອອກຈາກເຮືອນໄດ້ ແລະ ເດີນທາງພາຍໃນນະຄອນຫຼວງ ແລະ ແຂວງ ຕາມຄວາມຈຳເປັນ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ;

3.ອະນຸຍາດໃຫ້ມີການຝຶກອົບຮົມ ແລະ ການປະຊຸມເປັນທາງການ ພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງ, ແຕ່ໃຫ້ຈຳກັດ ຜູ້ເຂົ້າຮ່ວມ ໂດຍຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ;

4.ອະນຸຍາດໃຫ້ອອກກຳລັງກາຍ ຫຼື ຫຼີ້ນກິລາກາງແຈ້ງທີ່ບໍ່ເປັນທີມ ເຊັ່ນ: ຍ່າງອອກກຳລັງກາຍ, ຂີ່ລົດຖີບ, ເຕັ້ນອາໂຣບິກ, ຕີກ໊ອບ, ແຕ່ປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ;

5. ອະນຸຍາດໃຫ້ບັນດາຫ້າງ ຮ້ານຕ່າງໆ ເຊັ່ນ:

ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນໍ້າດື່ມ ແລະ ໂຮງງານນໍ້າກ້ອນ ດຳເນີນກິດຈະການໄດ້ ແຕ່ຕ້ອງປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ;

6. ບັນດາໂຮງງານ, ໂຄງການລົງທຶນ ທີ່ເປັນກິດຈະການຂະໜາດໃຫຍ່ ຂອງພາກທຸລະກິດຕ່າງໆທີ່ສາມາດປະຕິບັດຖືກຕ້ອງຕາມເງື່ອນໄຂ ມາດຕະການຕາມຂໍ້ແນະນຳເລກທີ 031/ສພກ ແມ່ນສາມາດເປີດດຳເນີນກິດຈະການໄດ້.

ມອບໃຫ້ທັງສອງຄະນະສະເພາະກິດ ຂັ້ນສູນກາງ ແຕ່ງຕັ້ງຄະນະວິຊາການ ລົງກວດກາ, ຢັ້ງຢືນ ແລະ ເຮັດບົດບັນທຶກສຳລັບໂຄງການຂະໜາດໃຫຍ່ ທີ່ນໍາໃຊ້ແຮງງານຈໍານວນຫຼວງຫຼາຍ ທີ່ສູນກາງເປັນຜູ້ຄຸ້ມຄອງ,

ສຳລັບຫົວໜ່ວຍທຸລະກິດໃດ ທີ່ອົງການປົກຄອງທ້ອງຖິ່ນອະນຸຍາດ ແລະ ຄຸ້ມຄອງ ກໍ່ມອບໃຫ້ຄະນະສະເພາະກິດ ຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ຮັບຜິດຊອບກວດກາ, ຢັ້ງຢືນ ແລະ ອະນຸຍາດ;

7. ໃຫ້ ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຊາດ ແລະ ກະຊວງປ້ອງກັນຄວາມສະຫງົບ

ກະກຽມເປີດໂຮງຮຽນຄືນ ໃນຊັ້ນ ປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ແລະ ໂຮງຮຽນໃນຂົງເຂດ ປກສແລະ ປກຊ ເລີ້ມແຕ່ວັນທີ 18 ພຶດສະພາ 2020

ໂດຍ ຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່

ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນຊັ້ນຮຽນ ມະຫາວິທະຍາໄລ ແລະ ສະຖານບັນການສຶກສາລະດັບອື່ນໆ ນອກຈາກທີ່ກຳນົດໄວ້ນີ້ ແມ່ນໃຫ້ສືບຕໍ່ປິດ ຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ.

8. ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ມາເຮັດວຽກ, ອອກແຮງງານ ແລະ ສຶກສາ ຢູ່ ສປປ ລາວ ກັບຄືນປະເທດຕາມຈຸດປະສົງ. ສຳລັບນັກສຶກສາລາວ ທີ່ຕ້ອງການກັບຄືນໄປຮຽນຕໍ່ ຫຼື ເຮັດວຽກ ຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ຕາມລະບຽບການຂອງປະເທດເຈົ້າພາບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page